spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີປ້ອງກັນອາການເຈັບເສັ້ນທີ່ຝາຕີນ ເຈັບໃນຕອນເຊົ້າ ຫຼື ເວລາລຸກຂຶ້ນຢືນ

ວິທີປ້ອງກັນອາການເຈັບເສັ້ນທີ່ຝາຕີນ ເຈັບໃນຕອນເຊົ້າ ຫຼື ເວລາລຸກຂຶ້ນຢືນ

Published on

ຫຼາຍຄົນມັກມີອາການເຈັບປວດທີ່ຝາຕີນ ເຊິ່ງອາການແບບນີ້ເຂົາເອີ້ນວ່າ “ເສັ້ນເອັນຝາຕີນອັກເສບ” ເຊິ່ງສາເຫດທີ່ເຮັດໃຫ້ປວດຝາຕີນມັກເກີດຂຶ້ນຍ້ອນ ມີການເຄື່ອນໄຫວຍ່າງຫຼາຍເກີນໄປ, ຄົນທີ່ມີນ້ຳໜັຫຕົວເພີ່ມຂຶ້ນ, ການຢືນຢູ່ກັບທີ່ດົນໆ.

ວິທີປ້ອງກັນເສັ້ນເອັນຂອງຝາຕີນອັກເສບ ຫຼື ການຫຼຸດຄວາມປວດທີ່ສົ້ນຕີນແມ່ນເຮັດໄດ້ດັ່ງນີ້:

  1. ຖ້າຫາກວ່າຢືນເປັນເວລາດົນກ່ອນຈະເຄື່ອນຕົວຍ່າງແມ່ນໃຫ້ເໜັງຕີງຕີນກ່ອນເລັກໜ້ອຍເພື່ອເປັນການອຸ່ນເຄື່ອງໃຫ້ເສັ້ນເອັນຢືດກ່ອນແລ້ວຈິ່ງຍ່າງ
  2. ຮັກສານ້ຳໜັກຕົວຢ່າໃຫ້ຕົນເອງຕຸ້ຍຫຼາຍ ເພາະຈະເຮັດໃຫ້ຂາຮັບນ້ຳໜັກຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ເຈັບເສັ້ນເອັນຢູ່ບໍລິເວນຝາຕີນໄດ້ງ່າຍ
  3. ຄວນເລືອກເກີບທີ່ໃສ່ແລ້ວຮູ້ສຶກອ່ອນນຸ້ມເບົາສະບາຍຕີນ ເພື່ອຫຼຸດຜ່ອນການອັກເສບຂອງເສັ້ນເອັນບໍລິເວນຕີນ
  4. ອອກກຳລັງກາຍໃຫ້ຕີນດ້ວຍການເໜັງຕີງຢຽດຕີນຂຶ້ນລົງໄປມາຄ່ອຍໆເຮັດກ່ອນນອນທຸກມື້ ເພື່ອຊ່ວຍຢືດຂໍ້ຕໍ່, ເສັ້ນເອັນ ແລະ ກ້າມເນືື້ອຂາ, ຕີນຂອງທ່ານ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...