spot_img
Homeຂ່າວພາຍ​ໃນປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດຍື່ນສານຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນທູດຄົນໃໝ່

ປະທານປະເທດ ຕ້ອນຮັບທູດ ປະເທດເພື່ອນມິດຍື່ນສານຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນທູດຄົນໃໝ່

Published on

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2017 ຜ່ານມາ ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບທູດ ປະເທດເພື່ອນມິດ ເຂົ້າຍື່ນສານ ຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນທູດຄົນໃໝ່ ປະຈຳ ສປປ ລາວ  ຕາມລຳດັບດັ່ງນີ້:

  • ໃນເວລາ 9:00 ໂມງ ປະທານປະເທດ ຕ້ອນຮັບທ່ານ ນາງ ມາເຣຍ ນາຕາເຣຍ ກຸດເຕີເຣສ ວີກັສ ກາຣາສກາລາວ (Ms. Maria Natalia Guterres Viegas Carascalao) ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ຕີມໍເລັສເຕຊຶ່ງມີສຳນັກງານຕັ້ງຢູ່ນະຄອນ ຫຼວງວຽງຈັນ.
  • ໃນເວລາ 9 ໂມງ 45 ນາທີ ປະທານປະເທດ ຕ້ອນຮັບທ່ານ ວາລາດີ ເມຍ ເອ.ໂກ ຊິນ (Mr.Vladimir A.Coshin) ເອກອັກຄະລັດຖະທູດ ສາທາລະນະລັດ ເບລາ ຣຸດ ຊຶ່ງມີສຳນັກງານຕັ້ງຢູ່ຮ່າ ໂນ້ຍ ສສ ຫວຽດນາມ
  • ໃນເວລາ 10 ໂມງ 30 ນາທີ ປະທານປະເທດ ຕ້ອນຮັບທ່ານ ດັດລີ ເມັກ ຄິນລີ ໂທມັດ (Mr. Dudley Mckinley Thomas) ເອກອັກຄະລັດຖະທູດ ສາທາລະນະລັດ ລີເບີເຣຍ ຊຶ່ງມີສຳນັກງານຕັ້ງຢູ່ປັກກິ່ງ ສປ ຈີນ.
  • ເວລາ 11 ໂມງ 15 ນາທີ ປະທານປະເທດ ຕ້ອນຮັບທ່ານ ຟີລິບເປ ຄຣີ ແດນ ກາ (Mr. PhiliPPe Kridelka) ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກແບນຊິກ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ.     ໃນໂອກາດ ດັ່ງກ່າວ, ທ່ານປະທານປະເທດ ເຮົາໄດ້ກ່າວ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ບັນດາທ່ານ ທູດປະເທດເພື່ອນມິດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນທູດຄົນໃໝ່ ປະຈຳ ສປປ ລາວ ທັງນີ້ກໍເພື່ອ ເປັນການສືບ ຕໍ່ຮັດແໜ້ນການພົວພັນຮ່ວມມື ທີ່ດີ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
  • ຕໍ່ມາໃນເວລາ 11 ໂມງ 45 ນາທີ ທ່ານປະທານປະເທດ ເຮົາກໍໄດ້ ມອບສານແຕ່ງຕັ້ງໃຫ້ທ່ານ ສີວຽງເພັດ ເພັດວໍລະສັກ ເພື່ອ ໄປດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດ ສປປ ລາວ ປະ ຈຳປະເທດ ຣັດເຊຍ

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ພາບ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...