spot_img
Homeຂ່າວຕ່າງປະເທດປະທານບໍລິສັດໂຕຊິບາ ລາອອກຈາກຕຳແໜ່ງ ຫຼັງບໍລິສັດຂາດທຶນ

ປະທານບໍລິສັດໂຕຊິບາ ລາອອກຈາກຕຳແໜ່ງ ຫຼັງບໍລິສັດຂາດທຶນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ກຸມພາ 2017 ຜ່ານມາວ່າ ທ່ານ ຊິເກໂນຣິ ຊິກະ ປະທານບໍລິສັດໂຕຊິບາ ໄດ້ຕັດສິນໃຈລາອອກຈາກຕຳແໜ່ງ ຫຼັງຈາກທີ່ບໍລິສັດປະສົບກັບບັນຫາຂາດທຶນຫຼາຍເຖິງ 6 ພັນລ້ານໂດລາສະຫະລັດ ຈາກທຸລະກິດນິວເຄຣຍໃນສະຫະລັດອາເມລິກາ, ທາງໂຕຊີບາ ໄດ້ບອກວ່າ ຊິກະ ລາອອກເພື່ອຮັບຜິດຊອບຕໍ່ຄວາມເສຍຫາຍຂອງບໍລິສັດ ແຕ່ຍັງຄົງຢູ່ໃນຄະນະກຳມະການບໍລິຫານບໍລິສັດຕໍ່ໄປ ຈົນເຖິງເດືອນມິຖຸນາ ເພື່ອຈັດການກັບບັນຫາທີ່ເກີດຂຶ້ນ

ການຂາດທຶນຄັ້ງໃຫຍ່ດັ່ງກ່າວ ເຮັດໃຫ້ນັກວິເຄາະເຕືອນວ່າ ອະນາຄົດຂອງບໍລິສັດອາດຕົກຢູ່ໃນຄວາມສ່ຽງ ເຊິ່ງທາງໂຕຊິບາ ໄດ້ຮ້ອງຂໍເວລາຈາກເຈົ້າໜ້າທີ່ ເພື່ອຈັດການເຮັດລາຍງານຄວາມເສຍຫາຍທາງທຸລະກິດ ເຊິ່ງຈະລວມເຖິງລາຍລະອຽດຕ່າງໆ ທີ່ບໍລິສັດວາງໄວ້ ເພື່ອຮັບມືກັບຜົນກະທົບທາງການເງິນທີ່ເກີດຂຶ້ນ

ຈາກຂ່າວດັ່ງກ່າວ ໄດ້ເຮັດໃຫ້ຮຸ້ນຂອງໂຕຊິບາ ປັບຫຼຸດລົງອີກ 9% ຫຼັງຈາກທີ່ມູນຄ່າຮຸ້ນຂອງບໍລິສັດປັບລົງມາແລ້້ວເຖິງ 50% ນັບຕັ້ງແຕ່ເດືອນທັນວາ ປີ 2016 ຜ່ານມາ ເຊິ່ງຖືເປັນຄັ້ງທຳອິດທີ່ມີການເຕືອນເຖິງບັນຫາຄວາມຮ້າຍແຮງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...