Homeຂ່າວເຫດການເຂື່ອນໄຟຟ້ານໍ້າຫີນບູນຂະໜາດ 15 ເມກາວັດ ມີການລົງທຶນ 3 ຮ້ອຍຕື້ກີບ

ເຂື່ອນໄຟຟ້ານໍ້າຫີນບູນຂະໜາດ 15 ເມກາວັດ ມີການລົງທຶນ 3 ຮ້ອຍຕື້ກີບ

Published on

ໃນວັນທີ 12 ກຸມພາ 2017 ຜ່ານມານີ້ ທີ່ແຂວງຄຳມ່ວນໄດ້ມີພິທີວາງສີລາລືກ ເຂື່ອນໄຟຟ້ານໍ້າຫີນບູນ ເປັນກຽດເຂົ້າຮ່ວມໂດຍທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ທ່ານຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ເຈົ້າເມືອງຫີນບນ, ອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ

ທ່ານນາງ ບັນເຮືອງ ອຸດອນ ປະທານ ແລະຜູ້ກໍ່ຕັ້ງບໍລິສັດພະລັງງານຣາຊີຕາ ຈຳກັດ ດໄດ້ໃຫ້ຮູ້ເຖິງຈຸດປະສົງໃນການຕັດສິນໃຈລົງທຶນກໍ່ສ້າງເຂື່ອນນໍ້າຫີນບູນວ່າ: ພວກເຮົາເຫັນໄດ້ເຖິງຄວາມສຳຄັນໃນການພັດທະນາພະລັງງານໃນລາວ ທີ່ເປັນພະລັງງານສະອາດ ແລະມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເປັນພື້ນຖານເສດຖະກິດຂອງຊາດທີ່ມີຄວາມຍືນຍົງ

ໂຄງການເຂື່ອນນໍ້າຫີນບູນ ຕັ້ງຢູ່ບ້ານ ຄຳແກ້ວ ເມືອງຫີນບູນ ຕິດກັບເສັ້ນທາງເລກທີ 13 ໃຕ້ ເປັນໂຄງການສ້າງເຂື່ອນໄຟຟ້າຂະໜາດນ້ອຍ ລວມມູນຄ່າການກໍ່ສ້າງທັງໝົດ 36,7 ລ້ານດອນລາ ຫຼືປະມານ 3 ຮ້ອຍຕື້ກີບ ເຊິ່ງໃຊ້ເວລາໃນການກໍ່ສ້າງ 27 ເດືອນ ພາຍຫຼັງສຳເລັດການກໍ່ສ້າງຜະລິດກະແສໄຟຟ້າບໍ່ຫຼຸດ 15 ເມກາວັດ ຫຼື 79 ກິກກາວັດໂມງຕໍ່ປີເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່ເດືອນພະຈິກ 2016 ເປັນຕົ້ນມາ ຮອດປັດຈຸບັນໜ້າວຽກແມ່ນມີຄວາມຄືບໜ້າໄປໄດ້ໂດຍພື້ນຖານ ເປັນຕົ້ນແມ່ນການກໍ່ສ້າງຮາກຖານຂອງໂຕເຂື່ອນ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...