Homeນານາສາລະສູດນໍ້າໝາກແຕງໂມ+ໝາກນາວ+ໂຊດາ ດື່ມລ້າງສານພິດໃນຮ່າງກາຍ

ສູດນໍ້າໝາກແຕງໂມ+ໝາກນາວ+ໂຊດາ ດື່ມລ້າງສານພິດໃນຮ່າງກາຍ

Published on

ນໍ້າໝາກແຕງໂມ ປະສົມກັບນໍ້າໝາກນາວ ແລະໂຊດາ ມີປະໂຫຍດຫຼາຍຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ແລະສາມາດລ້າງສານພິດໃນຮ່າງກາຍໄດ້ ພ້ອມວິທີເຮັດທີ່ງ່າຍໆສາມາດເຮັດກິນເອງໄດ້ດ້ວຍຕົວເອງ

ສ່ວນປະສົມ:

– ໝາກໂມປອກເອົາແຕ່ໃນ ພ້ອມແກະແກ່ນອອກ ປາດເປັນປ່ຽງນ້ອຍ 4 ຖ້ວຍ

– ໂຊດາແຊ່ເຢັນ 2 ແກ້ວ

– ນໍ້າຕານ 1/2 ຂອງຖ້ວຍກາງ

– ນໍ້າ 1/4 ຖ້ວຍ

– ນໍ້າໝາກນາວບີບເອົານໍ້າຈາກໝາກນາວ 2 ໜ່ວຍ

– ເປືອກໝາກນາວ 1 ໜ່ວຍ

ວິທີເຮັດ:

  1. ເອົານໍ້າຕານ, ນໍ້າ, ນໍ້າໝາກນາວຄັ້ນ ແລະເປືອກໝາກນາວລົງໃສ່ໃນໝໍ້ ແລ້ວເອົາໄປຕົ້ມ ຄົນສ່ວນປະສົມຈົນນໍ້າຕານລະລາຍ ແລ້ວປົງລົງປະໄວ້ໃຫ້ເຢັນ
  2. ເອົາໃນໝາກແຕງໂມປັ່ນລົງໃນເຄື່ອງປັ່ນໝາກໄມ້ ປັ່ນຈົນລະອຽດ ແລ້ວເອົານໍ້າເຊື່ອມທີ່ເຮົາຕົ້ມແລ້ວນັ້ນລົງ ແລະໃສ່ໂຊດາ ແລ້ວປັ່ນອີກບາດໜຶ່ງເພື່ອໃຫ້ສ່ວນປະສົມເຂົ້າກັນ ຈາກນັ້ນຊີມລົດຊາດ, ຖອກໃສ່ຈອກ ພ້ອມນໍ້າກ້ອນ ສຸດທ້າຍສາມາດດື່ມເພື່ອຄາຍຄວາມຮ້ອນໄດ້

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...