ໝາກສົ້ມພໍດີ ເປັນຢາສະໝຸນໄພພື້ນບ້ານ ທີ່ເອົາມາໃຊ້ເພື່ອດູແລ ແລະປິ່ນປົວສຸຂະພາບມາດົນນານແລ້ວ ເພາະນອກຈາກຈະມີຄວາມປອດໄພຕໍ່ສຸຂະພາບແລ້ສວ ຍັງສານສຳຄັນຕໍ່ຮ່າງກາຍຫຼາຍຊະນິດ ແລະນອກຈາກນັ້ນ ຍັງມີສັບພະຄຸນທີ່ດີຕໍ່ກັບຮ່າງກາຍຂອງຄົນເຮົາອີກດ້ວຍ
- ມີສັບພະຄຸນຊ່ວຍຄາຍຄວາມຮ້ອນ ແກ້ອາການຄໍແຫ້ງ ເຊິ່ງນໍ້າສົ້ມພໍດີ (ນໍ້າກະຈຽບ) ຈະເຮັດໃຫ້ຮ່າງກາຍຫາຍຈາກຄວາມອິດເມື່ອຍ, ບຳລຸງກຳລັງ, ຫຼຸດອຸນຫະພູມໃນຮ່າງກາຍ ແລະແກ້ຮ້ອນໄດ້
 - ຊ່ວຍຫຼຸດນໍ້າໜັກ, ຫຼຸດໄຂມັນໄດ້
 - ໃຊ້ເປັນຢາລະບາຍທີ່ດີ ແລະປອດໄພຕໍ່ຮ່າງກາຍ
 - ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຫຼຸດການເກີດພະຍາດມະເຮັງ ແລະປ້ອງກັນເຊວບໍ່ໃຫ້ຖືກທຳລາຍ
 - ໃບຂອງສົ້ມພໍດີຊ່ວຍບຳລຸງສາຍຕາ ເພາະມີວິຕາມິນເອຫຼາຍຊະນິດ
 - ມີແຄວຊຽມ ຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ
 - ຊ່ວຍລະລາຍໄຂມັນໃນເສັ້ນເລືອດ ຫຼຸດການອຸດຕັນຂອງເສັ້ນເລືອດ ແລະຫຼຸດລະດັບຄໍເລດເຕີຣໍ
 - ຊ່ວຍປິ່ນປົວພະຍາດຄວາມດັນເລືອດສູງ ເຮັດໃຫ້ເລືອດໄຫຼວຽນດີ, ຊ່ວຍບຳລຸງເລືອດ
 - ສ້າງພູມຄຸ້ມກັນພະຍາດໃຫ້ແຂງແຮງ ແລະປ້ອງກັນໄຂ້ຫວັດໄດ້ດີ
 - ມີວິຕາມິນຊີຫຼາຍ ຊ່ວຍປ້ອງກັນເລືອດອອກຕາມແຂ້ວ
 - ຊ່ວຍປ້ອງກັນຕ່ອມລູກໝາກໃຫຍ່ໃນເພດຊາຍ ແລະປ້ອງກັນອາການໄວທອງໃນເພດຍິງ
 - ຊ່ວຍບຳລຸງປະສາດ ດູແລຫົວໃຈໃຫ້ແຂງແຮງ ແລະເຮັດວຽກປົກກະຕິ
 - ຊ່ວຍປ້ອງກັນການເກີດພະຍາດກ່ຽວກັບກະເພາະອາຫານ, ຮັກສາແຜໃນກະເພາະ ແລະລຳໄສ້ອັກເສບ
 

