spot_img
Homeຂ່າວທ້ອງຖິ່ນພິທີມອບ-ຮັບເງິນຄ່າຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຟຟ້າໄຊຍະບູລີ

ພິທີມອບ-ຮັບເງິນຄ່າຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຟຟ້າໄຊຍະບູລີ

Published on

ໃນວັນທີ 9 ກຸມພາ 2017 ຜ່ານມາ ທີ່ບ້ານຈັດສັນປາກໄຜ່ ໄດ້ມີພິທີມອບ-ຮັບເງິນຄ່າລົບກວນ ໂດຍມີທ່ານຄຳສິງ ສໍລະສຸກ ເຈົ້າແຂວງໄຊຍະບູລີ, ທ່ານ ສົມໝາຍ ແສນພັນສີລິ ຫົວໜ້າໜ່ວຍງານຄຸ້ມຄອງການຍັບຍ້າຍຈັດສັນໂຄງການໄຟຟ້າ ພະລັງນໍ້າໄຊຍະບູລີ ແຂວງໄຊຍະບູລີ, ມີພະນັກງານ, ອຳນາດການປົກຄອງ ແລະປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າຮ່ວມ

ໃນພິທີ ໄດ້ມີການມອບເງິນຄ່າຊົດເຊີຍລົບກວນ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຜູ້ລະ 15 ດອນລາສະຫະລັດ ຫຼືປະມານ 120.000 ກີບ ແລະໄດ້ມີການສະຫຼຸບກ່ຽວກັບການຈັດສັນຄອບຄົວທີ່ຖືກຜົນກະທົບ ເຊິ່ງມີທັງໝົດ 21 ຄອບຄົວ ມີ 108 ຄົນ, ໃນນີ້ມີ 3 ຄອບຄົວມີຈຳນວນ 8 ຄົນ ໄດ້ເຮືອນຄອບຄົວລະ 2 ຫຼັງ, ມີທັງໝົດ 24 ຫຼັງຄາເຮືອນເປັນເຮືອນ 2 ຊັ້ນ ເຊິ່ງຊັ້ນເທິງເຮັດດ້ວຍໄມ້, ມຸງດ້ວຍສັງກະສີ, ມີ 1 ຫ້ອງນໍ້າ ພ້ອມນໍ້າກ໊ອກ 1 ກ໊ອກ, ເຮືອນດັ່ງກ່າວນັ້ນປະກອບມີ 3 ປະເພດຄື: ປະເພດ 1 ມີ 22 ຫຼັງ, ປະເພດ 2 ມີ 1 ຫຼັງ ແລະ ປະເພດ 3 ມີ 1 ຫຼັງ, ສຳລັບການສ້າງບ້ານຈັດສັນນີ້ເລີ່ມປະຕິບັດແຕ່ປີ 2016 ມາຮອດປັດຈຸບັນຖືວ່າສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 5 ຕື້ກວ່າກີບ.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...