Homeຂ່າວທ້ອງຖິ່ນກາງປີ 2017 ນີ້ນັກລົງທຶນຈີນ ຕ້ອງຢຸດການປູກກ້ວຍຢູ່ແຂວງໄຊຍະບູລີ

ກາງປີ 2017 ນີ້ນັກລົງທຶນຈີນ ຕ້ອງຢຸດການປູກກ້ວຍຢູ່ແຂວງໄຊຍະບູລີ

Published on

ໃນກາງປີ 2017 ນີ້ ທົ່ວແຂວງໄຊຍະບູລີ ນັກລົງທຶນຈີນ ຈະຕ້ອງຢຸດຕິການປູກກ້ວຍຢ່າງສິ້ນເຊີງ ເຊິ່ງເນື້ອທີ່ຂອງການປູກກ້ວຍທັງໝົດ 521,44 ​ເຮັກຕາ​ ​ໃນ​ນັ້ນ, ​ເມືອງ​ໄຊ​ຍະ​ບູລີມີ342,44 ​ເຮັກຕາ ​ແລະ ​​ເມືອງ​ພຽງມີ 197 ​ເຮັກຕາ ເຊິ່ງຜ່ານມາການປູກກ້ວຍຂອງນັກລົງທຶນຈີນ ໄດ້ມີບັນຫາຫຼາຍຢ່າງ ​ໂດຍ​ສະ​ເພາະ​ການ​ນຳ​ໃຊ້​ປຸຍ​ເຄມີ ລວມທັງ​ຢາຂ້າ​ຫຍ້າ ​ແລະ ຢາ​ຂ້າ​ສັດຕູ​ພືດ ບໍ່​ຖືກຕ້ອງ​ຕາມ​ຫລັກ​ວິຊາ​ການ ​​ໄດ້​ສົ່ງ​ຜົນ​ກະ​ທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ​ແລະສິ່ງ​ແວດ​ລ້ອມ.

​ຕາມການລາຍງານຂອງ ເຈົ້າ​ໜ້າ​ທີ່​ພະ​ແນ​ກກະສິກຳ ​ແລະປ່າ​ໄມ້ ​​ແຂວງ​ໄຊຍະ​ບູລີ ​ໃຫ້​ຮູ້​ວ່າ: ປັດຈຸບັນ ອຳນາດ​ການ​ປົກຄອງ​ແຂວງ ​ໄດ້​ອອກ​ແຈ້ງ​ການ​ ເຖິງບັນດາ​ນັກ​ລົງທຶນ ​ໃນ​ຈຳນວນ 4 ບໍລິສັດ ທີ່​ເຂົ້າ​ມາ​ລົງທຶນ​ປູກ​ກ້ວຍ ຢູ່ເມືອງ​ໄຊ​ຍະ​ບູລີ ​ແລະ ​ເມືອງ​ພຽງ, ​ໃຫ້ຢຸດ​ເຊົາ​ທຸລະ​ກິດການ​ປູກກ້ວຍ ຢ່າງ​ສິ້ນ​ເຊິ​ງ​ ໃນ​ກາງ​ປີ​ນີ້, ​ໂດຍບໍ່ອະນຸຍາດ​ໃຫ້​ມີ​ການ​ຂະຫຍາຍ​ເນື້ອ ​ທີ່​ປູກ​ກ້ວຍ​ຕື່ມ​ອີກ ພຽງ​​ແຕ່ໃຫ້​ສືບຕໍ່ດຳ​ເນີນ​ໂຄງການທີ່​ປູກຢູ່​ແລ້ວນັ້ນ ພາຍຫລັງ​​ເກັບ​ກ່ຽວ​ຜົນ​ຜະລິດ​ແລ້ວ ກໍ​ໃຫ້​ຢຸດຕິ ​ບໍ່​ໃຫ້​ດຳ​ເນີນ​ການ​ຕໍ່​ອີກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...