Homeຂ່າວທ້ອງຖິ່ນເຊໂປນກວດພົບຊີ້ນສ່ວນສັດ ທີ່ມີສານເຄມີອັນຕະລາຍເຈືອປົນ (ມີຄລິບຂ່າວ)

ເຊໂປນກວດພົບຊີ້ນສ່ວນສັດ ທີ່ມີສານເຄມີອັນຕະລາຍເຈືອປົນ (ມີຄລິບຂ່າວ)

Published on

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ກວດພົບຊີ້ນສ່ວນສັດ ຢູ່ລົດໂດຍສານປະຈຳທາງເລກທີ 9 ເຊໂປນ-ຊາຍແດນ(ລາວ-ຫວຽດນາມ) ແລະພົບໃນລົດຈັກຂອງຊາວຫວຽດນາມໃນເສັ້ນທາງດັ່ງກ່າວ ໃນວັນທີ 12 ກຸມພາ 2017 ທີ່ຜ່ານມາ ທີ່ນຳເຂົ້າໂດຍບໍ່ໄດ້ຮັບອະນຸຍາດ ພ້ອມທັງຍັງມີສານເຄມີອັນຕະລາຍເຈືອປົນຢູ່.

ດັ່ງນັ້ນ, ມາຮອດວັນທີ 13 ກຸມພາ 2017 ທີ່ຜ່ານມາ ເຈົ້າໜ້າທີ່ພະແນກກະສິກຳເມືອງເຊໂປນ ແຂວງສະຫວັນນະເຂດ ຈຶ່ງໄດ້ຈັດພິທີຝັງທຳລາຍຊີ້ນສ່ວນສັດດັ່ງກ່າວ ເພື່ອບໍ່ໃຫ້ຊີ້ນສ່ວນສັດທີ່ຜິດກົດໝາຍແລະເປັນອັນຕະລາຍຕົກໄປເຖິງຜູ້ບໍລິໂພກ ກໍຄືພໍ່ແມ່ປະຊາຊົນ.

ແຫຼ່ງຂ່າວ: ໂທລະພາບແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...