Homeສຸຂະພາບ ແລະ ສີ່ງແວດລ້ອມສະໝຸນໄພ ປິ່ນປົວອາການເຈັບກະເພາະ

ສະໝຸນໄພ ປິ່ນປົວອາການເຈັບກະເພາະ

Published on

ກະເພາະອາຫານເປັນສ່ວນທີ່ສຳຄັນທີ່ສຸດ ຂອງລະບົບຍ່ອຍອາຫານ ດັ່ງນັ້ນ ເຮົາຕ້ອງດູແລຮັກສາກະເພາະອາຫານບໍ່ໃຫ້ເກີດອາການສຽດສີໃດຂຶ້ນ ເຊິ່ງມີສາເຫດຫຼາຍໆຢ່າງທີ່ເຮັດໃຫ້ເກີດອາການເຈັບທ້ອງ ຫຼືເປັນພະຍາດກະເພາະອາຫານ ແຕ່ສາເຫດທີ່ພົບເຫັນໄດ້ຫຼາຍທີ່ສຸດໄດ້ແກ່: ກະເພາະອັກເສບ, ແຜໃນກະເພາະ, ອາການແໜ້ນທ້ອງ, ການຕິດເຊື້ອໃນເຍື່ອກະເພາະ, ນອກນັ້ນອາຫານກໍເປັນສ່ວນໜຶ່ງ ທີ່ອາດເຮັດໃຫ້ເກີດບາດແຜໃນກະເພາະອາຫານ ລວມເຖິງຄວາມຕຶງຄຽດ, ເຄື່ອງດື່ມແອວກໍຮໍ ແລະການໃຊ້ຢາບາງຊະນິດ ແລະວິທີປິ່ນປົວດ້ວຍສະໝຸນໄພທຳມະຊາດມີຄື:

  1. ຂີ້ໝິ້ນ: ສາມາດຫຼຸດບາດແຜໃນກະເພາະອາຫານ, ຫລຸດອາການອັກເສບ ແລະຊ່ວຍກະຕຸ້ນຂັບນໍ້າບີ ໃຫ້ຍ່ອຍອາຫານດີຂຶ້ນ ວິທີໃຊ້ແມ່ນເອົາຫົວຂີ້ໝິ້ນ ມາລ້າງໃຫ້ສະອາດແລ້ວປອກເປືອກ ປາດເປັນປ່ຽງບາງໆ ຕາກແດ 1-2 ວັນ ເອົາມາບົດ ປະສົມກັບນໍ້າເຜິ້ງກິນເທື່ອລະ 500 ມິນລີກຣາມ ມື້ລະ 4 ຄັ້ງ
  2. ຫວ້ານຫາງແຂ້: ເປັນສະໝຸນໄພຊະນິດໜຶ່ງ ທີ່ຊ່ວຍປິ່ນປົວອາການເຈັບກະເພາະ, ຊ່ວຍປິ່ນປົວອາການບາດແຜໃນກະເພາະອາຫານ ແລະລ້າງພິດ ວິທີເຮັດແມ່ນເອົາໃບສົດ ລ້າງໃຫ້ສະອາດແລ້ວປອກເປືອກໃຫ້ເຫຼືອແຕ່ວຸນໃສໆແລ້ວເອົາມາລ້າງນໍ້າອີກ ກ່ອນຕັດເປັນຕ່ອນນ້ອຍ ປະມານ 3 ນິ້ວໃຫ້ກິນທຸກມື້ກ່ອນອາຫານເຊົ້າ ແລະແລງ
  3. ກ້ວຍນໍ້າ: ສາມາດປິ່ນປົວພະຍາດກະເພາະອາຫານໄດ້ ດ້ວຍການເອົາກ້ວຍນໍ້າດິບມາປາດເປັນປ່ຽງແລ້ວບົດໃຫ້ລະອຽດ ແລ້ວເອົາປະສົມກັບນໍ້າເຜິ້ງ ກັບນໍ້າດື່ມ ຫຼືເອົາຜົງຈາກກ້ວຍດິບ ມາໂຮຍໃນອາຫານປະເພດເຂົ້າປຽກເຂົ້າ ເພື່ອກິນປ້ອງກັນ ແລະປິ່ນປົວອາການເຈັບກະເພາະ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...