Homeຂ່າວການສຶກສາໂຄງການ The Ship for Southeast Asian Youth and Japan (SSEAYP) 2017 !

ໂຄງການ The Ship for Southeast Asian Youth and Japan (SSEAYP) 2017 !

Published on

ຖ້າທ່ານ ແມ່ນປະຊາຊົນລາວ ທີ່ມີອາຍຸ ລະຫວ່າງ 18-30 ປີ ມັກຮັກ ໃນການແລກປ່ຽນວັດທະນາທໍາ ກັບຊາວໜຸ່ມ ຢີ່ປຸ່ນ ແລະ ອາຊຽນ ທ່ານບໍ່ຄວນພາດ ທີ່ຈະສະຫມັກເຂົ້າເປັນ ຕົວແທນປະເທດລາວ ເຂົ້າຮ່ວມໂຄງການ The Ship for Southeast Asian Youth and Japan (SSEAYP) 2017 !

ສະເພາະ ໂຄງການ SSEAYP 2017, ເຮືອ Nippon Maru ຈະນໍາພາ ຊາວໜຸ່ມ ຈາກ 11 ປະເທດ ໄປຢ້ຽມຢາມ 5 ປະເທດ ໂດຍປະກອບມີ: ຢີ່ປຸ່ນ, ກໍາປູເຈຍ, ໄທ, ອິນໂດເນເຊຍ ແລະ ມາເລເຊຍ ໂດຍໂຄງການ ຈະດໍາເນີນໃນລະຫວ່າງ ວັນທີ 24/10/2017-12/12/2017

ການສອບເສັງຄັດເລືອກຕົວແທນ ຈາກສປປ ລາວ ແມ່ນຈັດໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ລາຍລະອຽດ ການສະຫມັກ ເຂົ້າຮ່ວມການສອບເສັງ ແມ່ນສູນກາງຊາວໜຸ່ມ ຈະເປັນຜູ້ປະກາດ ໂດຍທົ່ວໄປແລ້ວ ຈະມີແຈ້ງການປະກາດ ໃນຊ່ວງທ້າຍເດືອນ ເມສາ ຫາ ກາງເດືອນພຶດສະພາ ຂອງທຸກໆປີ.

 

ທີ່ມາຈາກ: Lao Youth Radio FM 90.0 Mhz
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...