spot_img
Homeຂ່າວຕ່າງປະເທດທະຫານຈີນກວດພົບ ການລັກລອບຂົນສົ່ງໜັງ ແລະຊີ້ນແຂ້ຜິດກົດໝາຍ

ທະຫານຈີນກວດພົບ ການລັກລອບຂົນສົ່ງໜັງ ແລະຊີ້ນແຂ້ຜິດກົດໝາຍ

Published on

ສຳນັກຂ່າວໄຊນ່າ ນິວສ໌ຂອງຈີນລາຍງານ ເມື່ອວັນທີ 8 ກຸພາ 2017 ຜ່ານມາວ່າ ໜ່ວຍເວນຍາມແຄມຊາຍຝັ່ງ ເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງພາກໃຕ້ຂອງຈີນ ໄດ້ກວດພົບການລັກລອບຂົນສົ່ງຊິ້ນສ່ວນສັດຢ່າງຜິດກົດໝາຍ ເຊິ່ງໄດ້ພົບໜັງແຂ້ຄວາມຍາວ 1.4 ແມັດ ຈຳນວນ1609 ແຜ່ນ ແລະຊີ້ນແຂ້ອີກປະມານ 506.5 ກິໂລກຣາມ ໃນຖົງຈຳນວນກວ່າ 193 ຖົງ ພ້ອມກັບຊາຍຜູ້ຕ້ອງສົງໄສອີກ 1 ຄົນ

ຕາມການລາຍງານຍັງບອກອີກວ່າ ຊາຍຜູ້ຕ້ອງສົງໄສໄດ້ສາລະພາບກັບຕຳຫຼວດວ່າ ລາວຖືກຈ້າງຈາກຜ້ຊື້ໃນເມືອງຝັງເສິງກັງ ເຂດປົກຄອງຕົນເອງກວ່າງຊີຈ້າງ ໃຫ້ໄປຮັບສິນຄ້າດັ່ງກ່າວ ມາຈາກທ່າເຮືອຢູ່ຫວຽດນາມ ເຊິ່ງໃນຕອນນີ້ເຈົ້າໜ້າທີ່ກຳລັງພິຈາລະນາດຳເນີນຄະດີ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...