Homeຂ່າວເຫດການການຄ້າລາວ ກ້າວສູ່ ການຄ້າໂລກ

ການຄ້າລາວ ກ້າວສູ່ ການຄ້າໂລກ

Published on

ກອງປະຊຸມ ແລກປ່ຽນຄໍາຄິດຄໍາເຫັນ ເນື່ອງໃນໂອກາດ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 4 ປີ ໃນຫົວຂໍ້: ການຄ້າລາວກ້າວສູ່ ການຄ້າໂລກ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ວັນທີ 10 ກຸມພາ 2017 ໃຫ້ກຽດເປີດງານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງດັ່ງກ່າວ ມີບັນດານັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາ ແລະ ນັກສຶກສາເຂົ້າຮ່ວມ.

ຈຸດປະສົງເພື່ອສົນທະນາ ແລກປ່ຽນແນວຄວາມຄິດ ກ່ຽວກັບການຈັດຕັ້ງປະຕິບັດ ພັນທະຂອງ ສປປ ລາວ ພາຍໃຕ້ ອຄລ ວຽກງານການອໍານວຍຄວາມສະດວກ ທາງດ້ານການຄ້າ ເຊິ່ງຈະມີການສົນທະນາ ລາຍລະອຽດ ກ່ຽວກັບ ວຽກງານສຸຂະອະນາໄມ, ສຸຂະນາໄມພືດ, ວຽກງານມາດຕະຖານ ແລະ ການວັດແທກ ພ້ອມທັງວຽກງານພາສີ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ລະບົບແຈ້ງພາສີ ປະຕູດຽວແຫ່ງຊາດເປັນຕົ້ນ.

ຕະຫລອດໄລຍະ 15 ປີ ຂອງການເຈລະຈາ ເຂົ້າເປັນສະມາຊິກ ອຄລ ສປປ ລາວ ໄດ້ທົບທວນສ້າງ ແລະ ປັບປຸງນິຕິກໍາ ທີ່ຕິດພັນກັບການຄ້າ ໃຫ້ສອດຄ່ອງ ກັບສັນຍາຂອງ ອຄລ ຫລາຍກວ່າ 90 ສະບັບ ໃນນັ້ນລວມມີກົດໝາຍ 26 ສະບັບ, ດໍາລັດ 18 ສະບັບ ແລະ ອື່ນໆຫລາຍສະບັບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການດໍາເນີນທຸລະກິດ ແລະ ດຶງດູດນັກລົງທຶນ ໃນໄລຍະ 4 ປີ. ສປປ ລາວ ກໍ່ສຸມໃສ່ການຈັດຕັ້ງປະຕິບັດ ພັນທະສໍາເລັດຫລາຍໜ້າວຽກ ເຮັດໃຫ້ການລົງທຶນເພີ່ມຂຶ້ນ ຈາກ 294 ລ້ານໂດລາ ໃນປີ 2012 ມາເປັນ 721 ລ້ານໂດລາ ໃນປີ 2014.

ຄຽງຄູ່ຜົນສໍາເລັດດັ່ງກ່າວ, ສປປ ລາວ ຈະຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດພັນທະສັນຍາ ອີກຈໍານວນໜຶ່ງ ໃຫ້ສໍາເລັດ ເປັນຕົ້ນ ການສ້າງກົດໝາຍ ທີ່ຕິດພັນກັບວຽກງານການແກ້ໄຂ ທາງດ້ານການຄ້າ ການອອກລະບຽບການຕ່າງໆ ເຊິ່ງເວທີການສົນທະນາຄັ້ງນີ້ ຈະກາຍເປັນຄໍາຕອບທີ່ດີ ໃຫ້ແກ່ການຫາທາງອອກ ທີ່ສອດຄ່ອງ ປະກອບສ່ວນ ເຂົ້າໃນການທົບທວນ ນະໂຍບາຍການຄ້າ ແລະ ການປະເມີນກ່ຽວກັບ ການຈັດຕັ້ງປະຕິບັດນະໂຍບາຍ ພ້ອມທັງຜົນ ກະທົບທີມີຕໍ່ ລະບົບການຄ້າຫລາຍຝ່າຍ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...