spot_img
Homeນານາສາລະລາວຕິດ 01 ໃນ 10 ປະເທດທີ່ເປັນມິດທີ່ສຸດໃນໂລກ.

ລາວຕິດ 01 ໃນ 10 ປະເທດທີ່ເປັນມິດທີ່ສຸດໃນໂລກ.

Published on

ຈາກການສຳຫຼວດໃນປີ 2016 ທີ່ຜ່ານມາ ລາວໄດ້ຮັບການໂຫວດໃຫ້ເປັນປະເທດທີ່ຕິດອັນດັບ 3 ຂອງໂລກ ປະເທດທີ່ເປັນມິດ ແລະ ອັດທະຍາໄສດີໃນການຕ້ອນຮັບແຂກຕ່າງດ້າວທ້າວຕ່າງເມືອງ ຈາກການສຳຫຼວດທາງເຟຊບຸກ ແລະ ທະວິດເຕີ້ ຂອງເວັບໄຊທ໌ແນະນຳການທ່ອງທ່ຽວ Rough Guides ເຊິ່ງໄດ້ຮັບການໂຫວດຈາກຜູ້ທີ່ໃຊ້ເຟຊບຸກ ແລະ ທະວິດເຕີ້ໃນທົ່ວໂລກ ເຊິ່ງໃນນັ້ນ ລາວຕິດ 1 ໃນ 10 ຂອງການສຳຫຼວດຄັ້ງນີ້.

ບໍ່ພຽງແຕ່ການສຳຫຼວດຜ່ານທາງໂຊຊຽວເທົ່ານັ້ນ ແຕ່ຍັງມີສຳຜັດກັບຕົວຈິງອີກດ້ວຍ ຢູ່ໃນທະວິດເຕີ້ທ່ານໜຶ່ງ ໄດ້ອອກມາເວົ້າເຖິງວິຖີການດຳລົງຊີວິດໃນປະເທດລາວ ແລະ ການໃຊ້ຊີວິດຂອງລາວຕົວຈິງໃນ 3 ອາທິດ ແລະ ໄດ້ເຫັນເຖິງສິ່ງຫຼາຍຢ່າງທີ່ເກີດຂຶ້ນບໍ່ວ່າຈະເປັນການຊ່ວຍເຫຼືອຕ່າງໆ ເຊິ່ງມັນສະແດງໃຫ້ຄົນລາວທຸກຄົນໄດ້ເຫັນວ່າ ເຮົາຄວນຮັກສາມູນເຊື້ອນີ້ໄວ້ໃຫ້ຄົງຢູ່ນຳເຮົາຕະຫຼອດໄປ ແລະ ນັ້ນ ບໍ່ແມ່ນສຽງດຽວທີ່ຖືກເວົ້າເຖິງ ແຕ່ມັນຍັງມີຫຼາຍໆຄົນທີ່ເວົ້າແບບດຽວກັນ.

ຜົນການສຳຫຼວດທັງໝົດ 10 ປະເທດ ມີດັ່ງນີ້ :

Cambodia
Philippines
Laos
Nepal
Thailand
Myanmar Indonesia
Fiji
Scotland
Sri
Lanka

 

ຂໍ້ມູນ : https://www.roughguides.com/gallery/the-friendliest-countries-in-the-world-as-chosen-by-you/ ແລະ muan.sanook.com

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...