spot_img
Homeນານາສາລະ6 ປະໂຫຍດຂອງເປືອກກ້ວຍສຸກ ທີ່ຫຼາຍຄົນຍັງບໍ່ຮູ້

6 ປະໂຫຍດຂອງເປືອກກ້ວຍສຸກ ທີ່ຫຼາຍຄົນຍັງບໍ່ຮູ້

Published on

ໝາກກ້ວຍ ມີແຮ່ທາດ ແລະວິຕາມິນ ເປັນໝາກໄມ້ທີ່ຊອກກິນໄດ້ງ່າຍ ເພາະເປັນໝາກທຸກລະດູ, ນອກຈາກນັ້ນເປືອກກ້ວຍຍັງມີປະໂຫຍດຫຼາຍຢ່າງ ມື້ນີ້ ລາວໂພສຕ໌ ຈຶ່ງຈະມາແນະນຳວ່າ ຫຼັງຈາກປອກກ້ວຍກິນແລ້ວ ຢ່າຟ້າວຖິ້ມເປືອກກ້ວຍ ເພາະມັນຍັງມີປະໂຫຍດຕໍ່ສຸຂະພາບ ທີ່ເຮົາຈະໄດ້ຮັບຈາກເປືອກກ້ວຍນັ້ນເອງ

  1. ຊ່ວຍສະໝານບາດແຜ: ເປືອກກ້ວຍ ເປັນຢາສະໝານແຜໄດ້ດີເກີນຄາດ ເພາະມີເອນໄຊ ສານແອນຕີ້ອອກຊີແດນ ແລະແຮ່ທາດຕ່າງທ ທີ່ຊ່ວຍເຮັດໃຫ້ບາດແຜດີໄວ ພຽງເອົາເປືອກກ້ວຍໄປລ້າງຢາງອອກໃຫ້ໝົດ ແລ້ວເອົາມາຖູຮອບໆ ປາກບາດແຜ ທີ່ເກີດຈາກການເກົາ, ຮອຍສິວ, ລວມເຖິງອາການຄັນຈາກເຊື້ອລາ
  2. ແກ້ຍຸງກັດ: ນໍ້າຕານໃນເປືອກກ້ວຍ ສາມາດຫຼຸດອາການບວມໃຄ່ ຂອງຕຸ່ມຍຸງກັດ ໂດຍໃຊ້ເປືອກກ້ວຍດ້ານໃນຖູລົງບໍລິເວນຜິວທີ່ຖືກຍຸງກັດ ປະໄວ້ບຶດໜຶ່ງ ອາການເປັນຕຸ່ມແດງກໍຈະດີ ຫຼືຖືກແມງໄມ້ອື່ນໆກັດ ເປືອກກ້ວຍຊ່ວຍອາການບວມໃຄ່ໄດ້
  3. ຂັດແຂ້ວໃຫ້ຂາວ:​ ເອົາເປືອກກ້ວຍມາຖູແຂ້ວມື້ລະ 1 ນາທີ ຈະຊ່ວຍໃຫ້ແຂ້ວຂາວ ເພາະໃນເປືອກກ້ວຍ ມີແຮ່ທາດໂພແທສຊຽມ, ແມັງການິດ, ແມັກນີຊຽມ ທີ່ເຮັດໃຫ້ແຂ້ວຂາວໄດ້
  4. ແກ້ສົ້ນຕີນແຕກ: ເປືອກກ້ວຍດ້ານໃນມີລັກສະນະມື່ນ, ຄວາມມື່ນຂອງເປືອກກ້ວຍ ເມື່ອເອົາມາຖູບໍລິເວນສົ້ນຕີນແຕກແຫ້ງ ປະໄວ້ 10-15 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ຈະຊ່ວຍເຮັດໃຫ້ຜິວບໍລິເວນສົ້ນຕີນນຸ້ມຂຶ້ນ ຄວນເຮັດອາທິດລະ 2-3 ຄັ້ງ ພ້ອມທາຄີມບຳລຸງ ພຽງເທົ່ານີ້ ບັນຫາສົ້ນຕີນແຕກກໍຈະໝົດໄປ
  5. ບັນເທົາອາການເຈັບປວດ: ເອົາເປືອກກ້ວຍໄປລົນໄຟ ແລ້ວເອົາມາຄັ້ນບໍລິເວນທີ່ປວດເມື່ອຍ ຈະຮູ້ສຶກຜ່ອນຄາຍລົງໄດ້
  6. ຊ່ວຍຂ້າເຊື້ອ: ເປືອກກ້ວຍເປັນຢາຂ້າເຊື້ອ ສາມາດປິ່ນປົວບາດແຜທີ່ຖືກມີດບາດໄດ້ ໂດຍເອົາເປືອກກ້ວຍມາປາດ ແລ້ວຕັດເປັນຕ່ອນ ມາປິດລົງບາດແຜ ແລ້ວໃຊ້ຜ້າມາພັນໄວ້ ປະໄວ້ 2-3 ຊົ່ວໂມງແລ້ວປ່ຽນເອົາກ້ວຍຕ່ອນໃໝ່ໃສ່ ເຮັດແບບນີ້ບາດແຜຈະຄ່ອຍໆດີຂຶ້ນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...