Homeຂ່າວເຫດການຄະນະກວດກາສູນກາງພັກ ເອົາໃຈໃສ່ແກ້ໄຂຄໍາຮ້ອງ ແລະຄໍາສະເໜີຂອງມະຫາຊົນ

ຄະນະກວດກາສູນກາງພັກ ເອົາໃຈໃສ່ແກ້ໄຂຄໍາຮ້ອງ ແລະຄໍາສະເໜີຂອງມະຫາຊົນ

Published on

ຄະນະກວດກາສູນກາງພັກໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ, ອົງການປົກຄອງ ແລະຄະນະກວດກາທຸກຂັ້ນໄດ້ສ້າງເງື່ອນໄຂໃຫ້ມະຫາຊົນ ກໍຄືປະຊາຊົນສະເໜີຄວາມຄິດເຫັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ແລະການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ, ຊຶ່ງສະແດງອອກຄືໃນປີ 2016 ຜ່ານມາໄດ້ຮັບຄໍາຮ້ອງ ແລະຄໍາສະເໜີທັງໝົດ 866 ສະບັບ, ໃນນີ້ໄດ້ຄົ້ນຄວ້າແກ້ໄຂແລ້ວ 373 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 336 ສະບັບ, ແຈ້ງຕອບຜູ້ກ່ຽວຂ້ອງແລ້ວ 29 ສະບັບ, ເກັບມ້ຽນເພື່ອຕິດຕາມ 37 ສະບັບ ແລະຢູ່ໃນຂັ້ນຕອນພວມເກັບກໍາຂໍ້ມູນມີ 91 ສະບັບ, ໂດຍສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ບໍ່ພໍ່ໃຈຕໍ່ຄໍາຕັດສີນ ແລະການປະຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ.

ແນວໃດກໍຕາມ ເມື່ອທຽບໃສ່ຄວາມຮຽກຮ້ອງຕົວຈິງຂອງສັງຄົມຕໍ່ການແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີຕ່າງໆກໍຍັງບໍ່ທັນເຮັດໄດ້ດີ ແລະ ວ່ອງໄວ, ຍ້ອນວ່າຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາຈໍານວນໜຶ່ງຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງ-ຄໍາສະເໜີບໍ່ທັນສູງ, ການຕົກລົງແກ້ໄຂຍັງມີລັກສະນະຊັກຊ້າແກ່ຍາວ, ການປະສານສົມທົບລະຫວ່າງຂະແໜງການກ່ຽວຂ້ອງບໍ່ທັນກົມກຽວດີ, ການພິຈາລະນາແກ້ໄຂບາງກໍລະນີກໍບໍຖືກຕາມພາລະບົດບາດຂອງຕົນ.

ຄຽງຄູ່ກັນນັ້ນກໍເຫັນວ່າຄະນະພັກຢູ່ບາງບ່ອນຊີ້ນໍາ-ນໍາພາແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງກໍຄືຖັນແຖວພະນັກງານ-ສະມາຊິກພັກຍັງຊັກຊ້າ, ບໍ່ເຂັ້ມງວດ, ການກໍ່ສ້າງພັກໄດ້ເພີ່ມຂຶ້ນທາງດ້ານຈໍານວນ, ແຕ່ຄຸນນະພາບບໍ່ສູງ, ເຮັດໃຫ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ຄວາມເປັນແບບຢ່າງ, ນໍ້າໃຈຮັບໃຊ້ປະຊາຊົນ ແລະ ຄວາມເສຍສະຫລະເພື່ອສ່ວນລວມ ຂອງສະມາຊິກພັກ-ພະນັກງານ ຈໍານວນບໍ່ໜ້ອຍມີການເສື່ອມຖອຍ, ເກີດມີປະກົດການອາຍາສິດ, ເອກະຊົນ ແລະສໍ້ລາດບັງຫລວງ, ລະເມີດລະບຽບກົດໝາຍຫລາຍກໍລະນີ, ຊຶ່ງໃນ 1 ປີຜ່ານມາມີການຈັດຕັ້ງພັກຖືກລົງວິໄນຂັ້ນກ່າວເຕືອນ 1 ໜ່ວຍພັກ, ມີຄະນະ ແລະ ສະມາຊິກພັກຖືກລົງວິໄນທັງໝົດ 561 ສະຫາຍ, ຍິງ 58 ສະຫາຍ. ໃນນີ້ຂັ້ນກ່າວເຕືອນມີ 132 ສະຫາຍ, ປົດຕໍາແໜ່ງ 23 ສະຫາຍ, ໂຈະຮ່ວມຊີວິດພັກ 73 ສະຫາຍ ແລະ ໃຫ້ອອກຈາກພັກ 333 ສະຫາຍ.

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...