Homeຂ່າວພາຍ​ໃນຮອງນາຍົກ ເນັ້ນແຂວງສາລະວັນ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ຮອງນາຍົກ ເນັ້ນແຂວງສາລະວັນ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

Published on

ທ່ານ ສອນໄຊ ສີພັນ ດອນ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມເຮັດ ວຽກຢູ່ແຂວງສາລະວັນ ໂດຍໄດ້ໂອ້ລົມພະນັກງານ ການນຳຫຼັກແຫຼ່ງຂອງແຂວງ ເມື່ອບໍ່ດົນ ຜ່ານມານີ້.

ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ໄດ້ລາຍງານ ຕໍ່ທ່ານຮອງນາຍົກວ່າ: ໃນໄລຍະ 1 ປີຜ່ານ ມາ, ຄະນະພັກ, ອຳນາດການ ປົກຄອງແຂວງສາລະວັນໄດ້ ຫັນເອົາມະຕິ X ຂອງພັກ ແລະ ມະຕິ VIII ຂອງອົງຄະນະພັກ ແຂວງມາເປັນແຜນງານໂຄງ ການລະອຽດ, ອັນສຳຄັນແມ່ນ ພວກເຮົາໄດ້ແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະ ປັບປຸງກົງຈັກ, ກົນໄກບໍລິຫານລັດ, ໃຫ້ຮັດກຸມ, ໂປ່ງໃສ, ວ່ອງໄວ ເຂັ້ມແຂງ, ມີຄຸນນະພາບ-ປະສິດທິຜົນສູງໃນການບໍລິຫານລັດ, ເອົາໃຈໃສ່ຢ່າງຈິງຈັງໃນການປະຕິບັດຄຳສັ່ງ ເລກທີ 15/ນຍ ດ້ວຍຄວາມ ເປັນເຈົ້າການ, ອັນສຳຄັນແມ່ນໄດ້ແຕ່ງ ຕັ້ງຄະນະສະເພາະກິດຕ່າງໆ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ການແກ້ໄຂຄວາມ ທຸກຍາກ ແລະ ວຽກ 3 ສ້າງກໍ ໄດ້ປະຕິບັດ ຕາມກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງເປີດກວ້າງຄັ້ງທີ 3 ສະ ໄໝທີ VIII ໂດຍໄດ້ສຸມໃສ່ 3 ເມືອງຄື: ເມືອງສະໝ້ວຍ, ຕະ ໂອ້ຍ ແລະ ເມືອງຕຸ້ມລານ

ທ່ານຮອງນາຍົກ ສອນໄຊ ສີພັນດອນກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານການພັດທະນາເສດຖະກິດ-ສັງຄົມຂອງ ແຂວງສາລະວັນໄດ້ມີການພັດທະນາດີຂຶ້ນເລື້ອຍໆ. ຈາກນັ້ນ ທ່ານໄດ້ເນັ້ນໃຫ້ພະນັກງານ ການນຳຫຼັກແຫຼ່ງຂອງແຂວງ ສາລະວັນ ສືບຕໍ່ຮັກສາມູນເຊື້ອຄວາມມີ ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ຄວາມຍຸຕິທຳ, ຄວາມສະເໝີພາບໃນສັງຄົມ ແລະ ມີຄວາມສາມັກຄີປອງດອງ, ສືບຕໍ່ແກ້ໄຂຄວາມທຸກ ຍາກຂອງ ປະຊາຊົນ ໂດຍຕິດພັນກັບວຽກ ງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ພັດທະນາຊັບພະຍາກອມມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ປັບປຸງຄຸນນະພາບການສຶກສາ, ສາທາລະນະສຸກ, ຍົກລະດັບສີ ມືແຮງງານ ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ ແຮງງານ.

ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ເພື່ອສ້າງເງື່ອນໄຂໃນ ການດຶງດູດນັກລົງທຶນໃຫ້ເຂົ້າມາລົງທຶນຢູ່ແຂວງ ສາລະວັນໃຫ້ຫຼາຍຂຶ້ນ, ຄຸ້ມຄອງເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ ແລະ ຂະຫຍາຍຕົວໃນລະດັບບໍ່ໃຫ້ຫຼຸຸດ 7%. ຄຸ້ມຄອງ ເງິນຕາໃຫ້ມີສະຖຽນລະພາບ ແລະ ມີຄວາມໝັ້ນທ່ຽງ. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດ ແລະ ການບໍລິ ການ ໂດຍອາໄສທ່າແຮງຂອງທ້ອງຖິ່ນເປັນຫຼັກ. ຊຸກຍູ້ບັນດາໂຄງການ ຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ພະຍາດອາດຍາສິດ ຊຶ່ງເປັນພະຍາດທີ່ຮ້າຍແຮງທີ່ສຸດ ໃຫ້ຕົກເຮ່ຍໄປ ແລະ ຈັດຕັ້ງ ປະຕິບັດຄຳສັ່ງ 15/ນຍ ໃຫ້ ເຂັ້ມງວດ.

ຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...