spot_img
Homeນານາສາລະສູດກຳຈັດປວກດ້ວຍສະໝຸນໄພ ເຮັດງ່າຍໄດ້ຜົນ

ສູດກຳຈັດປວກດ້ວຍສະໝຸນໄພ ເຮັດງ່າຍໄດ້ຜົນ

Published on

ວິທີກຳຈັດປວກອາດເຮັດໄດ້ດ້ວຍຫຼາຍວິທີ ແຕ່ວິທີການໃຊ້ສະໝຸນໄພໃນການກຳຈັດປວກ ນອກຈາກເປັນວິທີທີ່ສາມາດກຳຈັດປວກແບບໄດ້ຜົນແລ້ວ ຍັງເປັນມິດກັບສິ່ງແວດລ້ອມອີກດ້ວຍ ເພາະຫຼຸດການໃຊ້ສານເຄມີຕ່າງໆ ເຊິ່ງສະໝຸນໄພທີ່ໃຊ້ນີ້ ເປັນສະໝຸນໄພທີ່ຊອກຫາໄດ້ງ່າຍ ເພາະເຮົາຈະນຳມາປະກອບອາຫານ, ສະໝຸນໄພທີ່ໃຊ້ໄດ້ແກ່ ຂ່າ, ຫົວສີໄຄ ແລະຫົວກະທຽມ ໄປປະສົມກັບສ່ວນປະສົມອື່ນອີກເລັກໜ້ອຍ ກໍຈະໄດ້ນໍ້າຢາທີ່ສາມາດກໍາຈັດປວກຢ່າງໄດ້ຜົນ

ສ່ວນປະສົມ

– ຂ່າ ເຄິ່ງໂລ

– ຫົວສີໄຄ ເຄິ່ງໂລ

– ກະທຽມ ເຄິ່ງໂລ

– ນໍ້າສົ້ມສາຍຊູ ເຄິ່ງແກ້ວ

– ເຫຼົ້າຂາວ ເຄິ່ງແກ້ວ

– ນໍ້າ 10 ລິດ

ວິທີເຮັດ: ເອົາຂ່າ, ຫົວສີໄຄ, ກະທຽມ ມາຟັກເປັນຕ່ອນນ້ອຍ ແລ້ວເອົາມາປະສົມກັນ ຈາກນັ້ນເອົານໍ້າສົ້ມສາຍຊູ, ເຫຼົ້າຂາວ, ນໍ້າ ລົງໄປປະສົມກັນ ແລ້ວເອົາໄປໃສ່ພາຊະນະເກັບໝັກໄວ້ປະມານ 1 ອາທິດ ກໍຈະໄດ້ນໍ້າຢາສະໝຸນໄພ ທີ່ສາມາດກຳຈັດປວກໃຫ້ອອກຈາກເຮືອນເຮົາໄປ

ວິທີການກຳຈັດ: ເອົານໍ້າຢາທີ່ເຮົາໝັກໄວ້ປະມານ 1 ຈອງ ປະສົມກັບນໍ້າ 1 ລິດ ແລ້ວເອົາໄປຖອກລົງບໍລິເວນທີ່ມີປວກ ຫຼືບ່ອນທີມີຮັງປວກ, ນໍ້າຢາຈະອອກລິດ ເຮັດໃຫ້ປວກໜີພ່າຍອອກຈາກບໍລິເວນນັ້ນ ແລະໃນກໍລະນີຫາກເຮືອນຍັງບໍ່ມີປວກ ກໍສາມາດເຮັດເພື່ອປ້ອງກັນໄວ້ ເອົາສ່ວນປະສົມໄປຖອກອ້ອມເຮືອນ ເພື່ອປ້ອງກັນປວກມາລົບກວນ

ວິທີນີ້ ຄວນເຮັດຕະຫຼອດ ຫຼືອາດຈະໃຊ້ນໍ້າຢາຖອກລົງບໍລິເວນອ້ອມເຮືອນອາທິດລະຄັ້ງ ຫຼືເດືອນລະຄັ້ງ ເພື່ອປ້ອງກັນປວກ ແລະເປັນສະໝຸນໄພທີ່ເປັນມິດກັບສິ່ງແວດລ້ອມ ປອດໄພຕໍ່ຄົນ ແລະສັດລ້ຽງອີກດ້ວຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...