Homeຂ່າວເຫດການສະພາບອາກາດໜາວຈະເພີ່ມທະວີຂຶ້ນ ຢູ່ບັນດາແຂວງພາກເໜືອຕາເວັນອອກ

ສະພາບອາກາດໜາວຈະເພີ່ມທະວີຂຶ້ນ ຢູ່ບັນດາແຂວງພາກເໜືອຕາເວັນອອກ

Published on

ອີງຕາມການລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໄລຍະນີ້, ບໍລິເວນຄວາມກົດດັນອາກາດສູງຍັງມີກຳລັງອ່ອນຫາປານກາງ ປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງເຮັດໃຫ້ອາກາດໜາວເຢັນ ຢູ່ແຂວງພາກເໜືອ ດ້ານຕາເວັນອອກເຊັ່ນ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຫລາຍຂຶ້ນຢູ່ເຂດພູສູງ, ຈາກນັ້ນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ສຳລັບພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ເຢັນ, ພ້ອມມີໝອກ
ບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ເຂດຮ່ອມພູ, ພູສູງ ແລະ ເນີນພູ, ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 24-26 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຍັງສືບຕໍ່ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາໃນຕອນກາງຄືນຫາຕອນເຊົ້າຢູ່ເຂດພູສູງ, ອຸນຫະພູມຕ່ຳ ສຸດ 13-15 ອົງສາ ແລະ ສູງສຸດ 30-32 ອົງສາ; ນະຄອນຫລວງວຽງຈັນ: ອາກາດຍັງຂ້ອນຂ້າງເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກກາງ: ອາກາດຍັງຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດ ໜາວເຢັນຢູ່ແຂວງໄຊສົມບູນ, ຫລັກຊາວ, ເມືອງວຽງທອງ, ອຸນຫະພູມຕໍ່າສຸດ 11-13 ອົງສາ ແລະ ສູງສຸດ 30-32 ອົງສາ ແລະ ພາກໃຕ້: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 31-33 ອົງສາ, ອາກາດຈະໜາວເຢັນຫລາຍຢູ່ເຂດ ພູພຽງບໍລະເວນ, ນິຄົມ 34 ໃນລະດັບອຸນຫະພູມຕໍ່າສຸດ 3-5 ອົງສາ.

ດັ່ງນັ້ນຈຶ່ງຝາກເຕືອນເຖິງປະຊາຊົນທີ່ຈະເດີນທາງໄປມາ ຈົ່ງມີສະຕິຕໍ່ສະພາບໝອກໜາ ແລະ ໃຫ້ຮັກສາສຸຂະພາບພ້ອມທັງນຸ່ງຫົ່ມເສື້ອຜ້າໃຫ້ຮ່າງ  ກາຍອົບອຸ່ນຢູ່ສະເໝີ ໂດຍເພາະເດັກນ້ອຍ ແລະຜູ້ສູງອາຍຸ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...