spot_img
Homeຂ່າວຕ່າງປະເທດບໍລິສັດໃຫຍ່ໃນຈີນ ກຽມມອບອິນເຕີເນັດໃຫ້ຄົນອິນເດຍໃຊ້ຟຣີໆ

ບໍລິສັດໃຫຍ່ໃນຈີນ ກຽມມອບອິນເຕີເນັດໃຫ້ຄົນອິນເດຍໃຊ້ຟຣີໆ

Published on

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ເມື່ອວັນທີ 8 ກຸມພາ 2017ຜ່ານມາວ່າ ບໍລິສັດຜູ້ໃຫ້ບໍລິການອິນເຕີເນັດ ທີ່ຢູ່ໃນເຄືອຂ່າຍອາລີບາບາ ກຽມພິລາລະນາລົງທຶນທຸລະກິດອິນເຕີເນັດລາຄາຖືກ ຫຼືອາດມອບໃຫ້ຟຣີໆຢູ່ອິນເດຍ

ອາລີບາບາ ບໍລິສັດ ອີ-ຄອມເມິດຍັກໃຫຍ່ຂອງຈີນ ກຽມມອບອິນເີຕເນັດຟຣີໆ ໃ້ປະຊາຊົນອິນເດຍໃຊ້ ເພື່ອຮັບມືກັບການເຕີບໂຕຂອງເຕັກໂນໂລຊີ ແລະຈຳນວນຜູ້ໃຊ້ງານອອນລາຍເພີ່ມຂຶ້ນ

ໂປຣເຈັກດັ່ງກ່າວ ຈະຖືກດຳເນີນການໂດຍ UCWeb ບໍລິສັດເທເລຄອມ ແລະອິນເຕີເນັດໄວໄຟ ຍັກໃຫຍ່ຂອງຈີນ ທີ່ອາລີບາບາເປັນເຈົ້າຂອງ ໂດຍ Jack Huang ປະທານຂອງຝ່າຍທຸລະກິດໂທລະສັບມືຖືຕ່າງປະເທດ ອາລີບາບາເວົ້າວ່າ ຂະນະນີ້ທາງບໍລິສັດກຳລັງພິຈາລະນາວ່າ ອາດມອບແພັກເກັດອິນເຕີເນັດລາຄາຖືກ ຫຼືອິນເຕີເນັດຟຣີ ໃນບາງພື້ນທີ່ແກ່ບັນດາຜູ້ໃຊ້ງານຊາວອິນເດຍທັງຫຼາຍ ເພື່ອການເຊື່ອມຕໍ່ກັບໂລກສະໄໝໃໝ່ທີດີຂຶ້ນ

ອິນເດຍເປັນຕະຫຼາດສຳຄັນ ສຳຫຼັບ UCWeb ແລະການລົງທຶນຄັ້ງນີ້ ກໍ່ໃຫ້ເກີດຄວາມຮ່ວມມືທາງໂລກອິນເຕີເນັດ ທີ່ພວກເຂົາເອີ້ນວ່າ GUF ເຊິ່ງຫຍໍ້ມາຈາກ Google, UCWeb ແລະFacebook

ໃນເດືອນຜ່ານມາທາງ UCWeb ຫາກໍ່ປະກາດແຜນທຸລະກິດມູນຄ່າ 29 ລ້ານດອນລາສະຫະລັດ ການລົງທຶນຂະຫຍາຍທຸລະກິດໃນຕະຫຼາດອິນເດຍ ແລະອິນໂດເນເຊຍໃນອີກ 2 ປີຂ້າງໜ້າ, ເຊິ່ງປັດຈຸບັນໃນອິນເດຍ ມີຈຳນວນຜູ້ໃຊ້ງານອິນເຕີເນັດປະມານ 400 ລ້ານຄົນເປັນອັນດັບ 2 ຂອງໂລກ ທີ່ມີຈໍານວນຜູ້ໃຊ້ງານອິນເຕີເນັດຫຼາຍທີ່ສດ ແນວໃດກໍຕາມເມື່ອທຽບກັບຈຳນວນປະຊາກອນ ຈຳນວນຫຼາຍຂອງອິນເດຍ 2 ໃນ 3 ຂອງປະຊາກອນ ຍັງເຂົ້າບໍ່ເຖິງອິນເຕີເນັດ ຈຳນວນຫຼາຍຂະໜາດນີ້ ສົ່ງຜົນໃຫ້ເປັນທີ່ສົນໃຈແກ່ບັນດາບໍລິສັດ ທີ່ຕ້ອງການລົງທຶນຢູ່ອິນເດຍ

ກ່ອນໜ້ານີ້ກູເກິລ ເຄີຍຕິດຕັ້ງອິນເຕີເນັດຟຣີໃນອິນເດຍ ຕາມສະຖານີລົດໄຟຂອງອິນເດຍ 100 ກວ່າແຫ່ງ ແລະຈະເພີ່ມເປັນ 300 ແຫ່ງໃນອີກ 3 ປີຂ້າງໜ້າ, ໃນຂະນະດຽວກັນບໍ່ໄດ້ມີພຽງແຕ່ບໍລິສັດຂ້າມຊາດເທົ່ານັ້ນ ແຕ່ທາງລັດຖະບານອິນເດຍ ກໍເຄີຍປະກາດເມື່ອເດືອນຜ່ານມາວ່າ ຈະມອບອິນເຕີເນັດຟຣີ ໃຫ້ແກ່ໝູ່ບ້ານທີ່ຫ່ງໄກຈຳນວນ 1000 ແຫ່ງທົ່ວປະເທດ ແລະເວົ້າອີກວ່າ ໃນອະນາຄົດຈະຂະຫຍາຍເປັນ 150,000 ໝູ່ບ້ານເຊັ່ນກັນ

ແຫຼ່ງຂ່າວ: http://www.posttoday.com/world/news/479946

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...