spot_img
Homeວິທະຍາສາດ-ວິທະຍາການເຈ້ຍຊະນິດໃໝ່ພິມດ້ວຍແສງ ບໍ່ໃຊ້ນ້ຳມຶກ ລຶບງ່າຍ ພິມຊ້ຳຫຼາຍກວ່າ 80 ເທື່ອ

ເຈ້ຍຊະນິດໃໝ່ພິມດ້ວຍແສງ ບໍ່ໃຊ້ນ້ຳມຶກ ລຶບງ່າຍ ພິມຊ້ຳຫຼາຍກວ່າ 80 ເທື່ອ

Published on

ໃນຄວາມພະຍາຍາມຫຼຸດຜົນກະທົບຕໍ່ສິ່ງແວດລ້ອມຈາກການຜະລິດເຈົ້ຍ ນັກວິໄຈໄດ້ພັດທະນາເຈ້ຍທີ່ພິມດ້ວຍການໃຊ້ແສງ UV ສາມາດລຶບອອກໄດ້ດ້ວຍການໃຫ້ຄວາມຮ້ອນທີ່ 120 °C  ແລະ ສາມາດພິມຊ້ຳໄດ້ຫຼາຍກວ່າ 80 ເທື່ອ ເຄັດລັບການພິມດ້ວຍແສງຢູ່ທີ່ການປ່ຽນສີດ້ວຍຄຸນສົມບັດທາງເຄມີຂອງອະນຸພາບນາໂນທີ່ເຄືອບຢູ່ຜິວຂອງເຈ້ຍທຳມະດາທີ່ເຮັດໃຫ້ກາຍເປັນເຈ້ຍທີ່ພິມໄດ້ດ້ວຍແສງ.

ເຈ້ຍຊະນິດນີ້ເປັນຜົນງານການວິໄຈຂອງມະຫາວິທະຍາໄລຊານຕົງ ແລະ ມະຫາວິທະຍາໄລ ແຄລິຟໍເນຍຣີເວີໄຊດ໌ (UCR) ທີມນັກວິໄຈໄດ້ພະຍາຍາມຊອກຫາທາງເລືອກທີ່ບໍ່ຕ້ອງໃຊ້ເຈ້ຍພຽງເທື່ອດຽວແລ້ວຖິ້ມ ເຊິ່ງກໍ່ພົບແນວທາງໜຶ່ງທີ່ສາມາດເປັນໄປໄດ້ກໍ່ຄືການໃຊ້ຄຸນສົມບັດການປ່ຽນສີຂອງສານເຄມີທີ່ຮຽກວ່າ Redox Dyes ເມື່ອໄດ້ຮັບແສງຈະເກີດປະຕິກິລິຍາແລ້ວເຮັດໃຫ້ສີປ່ຽນໄປ ເຖິງແມ່ນວ່າໃນອະດີດແນວທາງນີ້ຕ້ອງພົບກັບບັນຫາຫຼາຍຢ່າງເຊັ່ນ: ການເຄືອບສານທີ່ເຈ້ຍເຮັດໄດ້ຍາກ,​ ຕົ້ນທຶນການຜະລິດສູງ, ມີພິດ, ບໍ່ທົນທານ ແລະ ໃຊ້ຊ້ຳໄດ້ໜ້ອຍ ແຕ່ສຳລັບເຈ້ຍທີ່ໄດ້ມີການພັດທະນາຂຶ້ນຕາມງານວິໄຈໃໝ່ນີ້ໄດ້ມີການປັບປຸງແກ້ໄຂບັນຫາດັ່ງກ່າວ ເຊິ່ງນຳໃຊ້ເທັກໂນໂລຢີທີ່ສາມາດປະຍຸກໃຊ້ງານໄດ້

8-

ສານທີ່ໃຊ້ເຄືອບທີ່ເຈ້ຍປະກອບດ້ວຍອະນຸພາບນາໂນ 2 ຊະນິດຄື: ສີປຣັສຊຽນບລູ (Prussian blue) ເຊິ່ງມີລາຄາຖືກ ບໍ່ມີພິດ ແລະ ເມື່ອໄດ້ຮັບ ອິເລດຕຣອນຈະປ່ຽນເປັນບໍ່ມີສີ ອີກຢ່າງໜຶ່ງຄື ໄທທານຽມໄດອອກໄຊດ໌ (TiO2) ເຊິ່ງເປັນຕົວເລັ່ງປະຕິກິລິຍາເຄມີເມື່ອຖືກກະຕຸ້ນດ້ວຍແສງ UV

ເມື່ອອະນຸພາບຂອງທັງສອງຖືກປະສົມຢ່າງເທົ່າໆກັນ ແລ້ວນຳໄປເຄືອບເຈ້ຍທີ່ຍັງບໍ່ໄດ້ພິມຈະມີສີນ້ຳເງິນ ເມື່ອຈະພິມຂໍ້ຄວາມ ຫຼື ຮູບພາບ ເຈ້ຍຈະຖືກນຳໄປສຳພັດກັບແສງ ເຊິ່ງຈະເປັນການກະຕຸ້ນໄທທານຽມໄດອອກໄຊດ໌ໃຫ້ປ່ອຍ ອິເລດຕຣອນໄປທີ່ ປຣັສຊຽນບລູທີ່ຢູ່ຕິດກັນ ເຮັໃຫ້ປຣັສຊຽນບລູປ່ຽນຈາກສີນ້ຳເງິນເປັນບໍ່ມີສີທັນທີ

ເມື່ອພ້ມແລ້ວເຈ້ຍຈະຍັງຄົງສະພາບຄວາມຄົມຊັດຢູ່ໄດ້ຢ່າງໜ້ອຍ 5 ມື້ ແລ້ວຈະຄ່ອຍໆກັບຄືນສູ່ສະພາບເກົ່າ ຜ່ານທາງປະຕິກິລິຍາອອກຊີເດຊັ່ນພາຍໃຕ້ສະພາບແວດລ້ອມປົກກະຕິ ຫາກຕ້ອງການລຶບໂຕໜັງສືທີ່ພິມແລ້ວອອກທັນທີກໍ່ສາມາດເຮັດໄດ້ໂດຍການໃຊ້ຄວາມຮ້ອນກັບເຈ້ຍປະມານ 10 ນາທີ ເຈ້ຍກໍ່ຈະກັບຄືນມາເປັນສີນ້ຳເງິນຄືເກົ່າ ສ່ວນເລື່ອງລາຄາຄາດວ່າຈະມີລາຄາໃກ້ຄຽງກັບລາຄາເຈ້ຍທຳມະດາທີ່ພວກເຮົາໃຊ້ໃນປັດຈຸບັນ

 

ທີ່ມາຈາກ: http://www.takieng.com/stories/3648
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...