Homeຂ່າວເຫດການຮອງລັດຖະມົນຕີ ກະຊວງການເງິນ ຊີ້ນໍາການແກ້ໄຂ ພາຫະນະນໍາເຂົ້າບໍ່ຖືກຕ້ອງ

ຮອງລັດຖະມົນຕີ ກະຊວງການເງິນ ຊີ້ນໍາການແກ້ໄຂ ພາຫະນະນໍາເຂົ້າບໍ່ຖືກຕ້ອງ

Published on

ອີງຕາມແຈ້ງການ ສະບັບທີເລກທີ 142/ ຫສນຍ.ກລຂ ລົງວັນທີ 25 ມັງກອນ 2017 ວ່າດ້ວຍການແກ້ໄຂ ພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ໃນຂອບເຂດທົ່ວປະເທດ, ໃນວັນທີ 6 ກຸມພາ 2017 ຜ່ານມາທີ່ຫ້ອງປະຊຸມ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໄດ້ມີກອງປະຊຸມ ປຶກສາຫາລື ເຖິງວິທີການແກ້ໄຂ ພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ, ຊຶ່ງມີຫົວໜ້າກົມ, ຫົວໜ້າດ່ານ,​ ຮອງຜູ້ອໍານວຍການ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໃນຄັ້ງນີ້ ໄດ້ມີການປຶກສາຫາລື ວິທີການດໍາເນີນ ແກ້ໄຂພາຫະນະ ຈໍານວນໜຶ່ງ ທີ່ຜູ້ປະກອບການ ບໍລິສັດ ຫລືບຸກຄົນທີ່ນໍາເຂົ້າ ມີຈຸດປະສົງເພື່ອສົ່ງອອກຕໍ່ ຫລືຈໍາໜ່າຍພາຍໃນ ໃຫ້ຮີບຮ້ອນເຂົ້າມາພົວພັນ ກັບຄະນະກໍາມະການ ຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວ ເພື່ອປຶກສາຫາລືແກ້ໄຂ ໃນແຕ່ລະກໍລະນີ ທີ່ນໍາເຂົ້າເກີນກໍານົດເວລາ ທີ່ກົດໝາຍພາສີກໍານົດໄວ້ ຊຶ່ງມີລາຍລະອຽດດັ່ງນີ້: ສໍາລັບບັນຊີ ພາຫະນະຄ້າງສາງ ແຕ່ປີ 2012-2015 ມີພາຫະນະຄ້າງສາງ ຈໍານວນ 40 ກວ່າຄັນ ແລະ ບັນຊີຄ້າງສາງກາຍ 04 ເດືອນ ມີຈໍານວນ 100 ກວ່າຄັນ, ສ່ວນລາຍລະອຽດຂອງປະເພດລົດ ແມ່ນໃຫ້ບຸກຄົນ ຫລື ບັນດາບໍລິສັດຕ່າງໆ ປະສານກັບຄະນະ ຮັບຜິດຊອບວຽກງານ ລົງກວດກາເບິ່ງຕົວຈິງຢູ່ສາງສິນຄ້າຜ່ານແດນ (C-Y).
ສະນັ້ນ, ຈຶ່ງຮຽກຮ້ອງເຖິງເຈົ້າຂອງລົດ, ບັນດາບໍລິສັດທີ່ນໍາເຂົ້າ ພາຫະນະດັ່ງກ່າວ ຊຶ່ງມີລົດທີ່ກາຍກໍານົດເວລາ ທີ່ກົດໝາຍພາສີກໍານົດໄວ້ ແຕ່ປີ 2012-2015 ແລະແຕ່ວັນທີ 01 ມັງກອນ-31 ສິງຫາ 2016 ຊຶ່ງກາຍກໍານົດ ເປັນເວລາ 04 ເດືອນ ໃຫ້ຮີບຮ້ອນເຂົ້າມາພົວພັນ ແລະ ດໍາເນີນການແກ້ໄຂຕາມແຈ້ງການ ເລກທີ 142/ ຫສນຍ.ກລຂ ໃນແຕ່ລະກໍລະນີ ທີ່ນໍາເຂົ້າໃຫ້ຖືກຕ້ອງ ແລະ ທັນຕາມກໍານົດເວລາ ທີ່ກໍານົດໄວ້.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...