Homeຂ່າວເຫດການທ່ານບຸນທ່ຽງ ບຸບຜາ ໄດ້ຮັບຫລຽນຍ້ອງຍໍ ຂອງກະຊວງການຕ່າງປະເທດ ຣັດເຊຍ

ທ່ານບຸນທ່ຽງ ບຸບຜາ ໄດ້ຮັບຫລຽນຍ້ອງຍໍ ຂອງກະຊວງການຕ່າງປະເທດ ຣັດເຊຍ

Published on

ໃນ​ວັນ​ທີ 8 ກຸມພາ 2017ຜ່ານມານີ້ ທ່ານ ທ່ຽງ ບຸບຜາ, ອະດີດ​ເອກ​ອັກຄະ​ລັດຖະທູດ ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳສະຫະພັນຣັດ​ເຊຍ ​ໄດ້​ຮັບ​ຫລຽນ​ຍ້ອງຍໍ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ ຣັດ​ເຊຍ, ​ໂດຍພິທີ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ທີ່ ​ສະຖານທູດ​ຣັດ​ເຊຍ ທີ່​ນະຄອນຫລວງ​ວຽງ​ຈັນ, ມອບ​ໂດຍ ທ່ານ ມິຄາ​ອີນ ບາຣານນົບ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະພັນຣັດ​ເຊຍ ປະຈຳ ສປປ ລາວ, ​ໂດຍ​ມີ​ ທ່ານ ບຸນ​ເຫລືອ ພັນ​ດາ​ນຸວົງ ຫົວໜ້າ​ຫ້ອງການ ​ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ຄະນະ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ ​ເປັນ​ສັກຂີ​ພິຍານ.

ທ່ານ ທ່ຽງ ບຸບຜາ ​ມີ​ຜົນງານ​ໃນ​ໄລຍະ ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສະຫະພັນຣັດ​ເຊຍ ​ແຕ່​ປີ 2011-2016 ທີ່​ໄດ້​ປະກອບສ່ວນ ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ ​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ມີ​ການ​ຮ່ວມ​ມືທີ່​ຍາວ​ນານ ລະ​ຫວ່າງ ລາວ-ຣັດ​ເຊຍ ມີ​ບາດກ້າວ​ຂະຫຍາຍຕົວ ​ຕໍ່​ເນື່ອງ​ຕະຫລອດ​ມາ. ອັນ​ພົ້ນ​​​ເດັ່ນ​ແມ່ນ ​ການ​ຊຸກຍູ້​ ໃຫ້​ມີ​ການ​ແລກປ່ຽນ ການ​ຢ້ຽມຢາມ​ໄປມາຫາສູ່​ກັນ ລະຫວ່າງ​ ການ​ນຳ​ຂັ້ນ​ສູງ​ຂອງ ສປປ ລາວ ​ແລະ ສະຫະພັນ​ຣັດ​ເຊຍ ຢ່າງ​ເປັນ​ປົກກະຕິ, ​ເຊິ່ງມາ​ໃນ​ໄລຍະ​ໃໝ່​ ການ​ພົວພັນ​ຮ່ວມ​ມື​ ຂອງ​ສອງ​ປະ​ເທດ ລາວ-ຣັດ​ເຊຍ ​ໄດ້​ກ້າວ​ຂຶ້ນ​ສູ່ ​ລະດັບ​ໃໝ່ ​ເປັນປະ​ເທດ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ນຳ​ກັນ.

ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ ທາງ​ດ້ານ​ການ​ເມືອງ​ແລ້ວ ທ່ານ ທ່ຽງ ບຸບຜາ ຍັງ​ມີ​ບົດບາດ ປະກອບ​ສ່ວນ​ຊຸກຍູ້​ການ​ຮ່ວ​ມມື ດ້ານ​ເສດຖະກິດ-ການ​ຄ້າ, ການທ່ອງທ່ຽວ, ການ​ສຶກສາ-ວັດທະນະທຳ ​ແລ​ະ ດ້ານ​ອື່ນໆ. ຕໍ່​ຜົນງານ ​ແລະ ຄຸນງາມຄວາມດີ ​ໃນ​ການ​ປະກອບ​ສ່ວນ​ ຢ່າງ​ຫ້າວຫັນ​ດັ່ງກ່າວ ກະຊວງ​ການ​ຕ່າງປະ​ເທດ ສະຫະພັນຣັດ​ເຊຍ ຈຶ່ງ​ໄດ້​ມອບ​ຫລຽນ​ຍ້ອງຍໍ​ ໃຫ້​ແກ່ທ່ານ ທ່ຽງ ບຸບຜາ ອະດີດ​ເອກ​ອັກຄະ​ລັດຖະທູດ​ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດ​ເຊຍ ​ໃນ​ໂອກາດ​ສຳ​ເລັດ​ການ​ປະຕິບັດ​ການ​ທູ​ດ ຢູ່​ສະຫະພັນຣັດ​ເຊຍ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...