Homeຂ່າວເຫດການນາຍົກລັດຖະມົນຕີ ເຂົ້າຢ້ຽມຂ່ຳນັບ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ

ນາຍົກລັດຖະມົນຕີ ເຂົ້າຢ້ຽມຂ່ຳນັບ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ

Published on

ໃນວັນທີ 7 ກຸມພາ 2017 ຜ່ານມາທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ​ໃນ​ໂອກາດເຂົ້າຮ່ວມ ກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ປະຈຳປີ 2017 ຈັດຂຶ້ນໃນ ວັນທີ 8 ກຸມພາ 2017 ນີ້ ທີ່ນະຄອນຫລວງຮ່າໂນ້ຍ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈ ທີ່ໄດ້ນຳພາຄະນະ ຜູ້ແທນຂັ້ນສູງລາວ ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີ ຄັ້ງທີ 39 ປະຈຳປີ 2017, ຈັດຂຶ້ນຢູ່ນະຄອນຫລວງຮ່າໂນ້ຍ ໃນໂອກາດປີໃໝ່ ຂອງປະຊາຊົນຫວຽດນາມ. ສະຫາຍ ທອງ​ລຸນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ. ພ້ອມນີ້ ຍັງໄດ້​ນຳເອົາຄຳຢື້ຢາມຖາມຂ່າວ ແລະ ອວຍພອນປີໃໝ່ຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ເຖິງ ສະຫາຍ ເລຂາ ທິການໃຫຍ່ ຫງວຽນຝູຈ້ອງ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕໍ່ຜົນງານທີ່ ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານ ທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ການປ່ຽນແປງໃໝ່, ປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ວາງອອກປະສົບຜົນສຳເລັດ. ພ້ອມນີ້, ສະຫາຍ ຍັງໄດ້ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອຢ່າງທັນການຂອງຫວຽດນາມ ໃນເມື່ອກ່ອນກໍຄືປັດຈຸບັນ. ລັດຖະບານລາວ ຈະປະສານສົມທົບ ກັບລັດຖະບານຫວຽດນາມ ໃນການຊີ້ນໍາພະນັກງານ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການປະຕິບັດ, ເສີມຂະຫຍາຍ ຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງລັດຖະບານ ກ່ຽວກັບບັນດາເນື້ອໃນ ທີ່ໄດ້ຕົກລົງກັນ. ໃນກອງປະຊຸມຄະນະ ກຳມາທິການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 39 ປະຈຳປີ 2017, ເຮັດໃຫ້ຄວາມສຳພັນທາງດ້ານ ເສດຖະກິດ-ສັງຄົມ ລະຫວ່າງ ສອງປະເທດ ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໃຫ້ສົມດູນກັບຄວາມສຳພັນ ລະຫວ່າງສອງປະເທດ ທີ່ນັບມື້ຂະຫຍາຍຕົວຢ່າງງົດງາມ.

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ໄດ້ນຳພາຄະນະ ເຂົ້າຮ່ວມກອງ​ປະຊຸມ ຄະນະກຳມາທິການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ່ 39 ໃນຄັ້ງນີ້. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍໄດ້ອວຍ ພອນ ແລະ ຍິນດີຕໍ່ຜົນງານທີ່ ສປປ ລາວ ຍາດມາໄດ້ ໃນໄລຍະຜ່ານມາ. ສະຫາຍ ເລຂາທິການໃຫຍ່ ກ່າວວ່າ: ຫວຽດນາມ ຈະໃຫ້ການສະໜັບສະໜູນ ຢ່າງຮອບດ້ານ ຕໍ່ພາລະກິດການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນ ຈະຍາດໄດ້ຜົນງານ ທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ປະສົບຜົນສຳເລັດ ແລະຍັງໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ອວຍພອນ ເຖິງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່-ປະທານປະເທດ ພ້ອມການນຳຂັ້ນສູງ ພັກ-ລັດຖະ ບານລາວ ຈົ່ງມີພະລານາໄມສົມບູນ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...