Homeນານາສາລະ 6 ເຄັດລັບເລັ່ງຜົມໃຫ້ຍາວໄວທັນໃຈ ດ້ວຍວິທີງ່າຍໆ

 6 ເຄັດລັບເລັ່ງຜົມໃຫ້ຍາວໄວທັນໃຈ ດ້ວຍວິທີງ່າຍໆ

Published on

ບາງຄົນຢາກໃຫ້ຜົມຍາວ ແຕ່ຜົມກັບບໍ່ຍາວທັນໃຈຈັກເທື່ອ, ມື້ນີ້ເຮົາມີວິທີ ເລັ່ງຜົມໃຫ້ຍາວ ເງົາງາມ ແບບທັນໃຈ ດ້ວຍວິທີງ່າຍໆ ໃຜໆທີ່ຢາກໃຫ້ຜົມຍາວ ກໍສາມາດເຮັດເອງໄດ້ດ້ວຍວິທີດັ່ງນີ້

  1. ກິນອາຫານທີ່ມີປະໂຫຍດ ແລະດີຕໍ່ເສັ້ນຜົມ: ການເລືອກຮັບປະທານອາຫານທີ່ມີວິຕາມິນເອ, ບີ, ຊີ ແລະ ອີ, ອາຫານທີ່ມີ ທາດເຫຼັກ, ສັງກະສີ, ແມັກນີຊຽມ ແລະຊີລີນຽມ ເຊິ່ງພົບຫຼາຍໃນອາຫານຈຳພວກນົມ, ໂຢເກິດ, ໄຂ່ໄກ່, ປາ, ຜັກຫົມ, ອາໂວກາໂດ ຈະຊ່ວຍກະຕຸ້ນການສ້າງເສັ້ນຜົມໃໝ່ ເຮັດໃຫ້ຜົມມີສຸຂະພາບດີ ແລະຊ່ວຍໃຫ້ຜົມຍາວ
  2. ການນວດຫົວ: ຖືເປັນອີກວິທີໜຶ່ງທີ່ເລັ່ງຜົມໃຫ້ຍາວ ແຕ່ຕ້ອງຄວບຄູ່ກັບການໝັກຜົມດ້ວຍນໍ້າມັນໝາກກອກ ເພື່ອກະຕຸ້ນການເຮັດວຽກຂອງເສັ້ນຜົມ ລວມເຖິງການກະຕຸ້ນການໄຫຼວຽນຂອງເລືອດໄປລ້ຽງເສັ້ນຜົມ ເຮັດໃຫ້ຜົມຍາວໄວ ແລະແຂງແຮງ
  3. ການອອກກຳລັງກາຍເສັ້ນຜົມ: ດ້ວຍການຫວີຜົມຄ່ອຍໆ ໃຊ້ຫວີສຳຜັດກັບໜັງຫົວ ກໍເປັນການກະຕຸ້ນການໄຫຼວຽນຂອງເລືອດຢູ່ຫົວໄດ້ດີເຊັ່ນກັນ, ຈາກນັ້ນ ກົ້ມຫົວລົງໃຫ້ເລືອດໄປລ້ຽງຫົວ ປະໄວ້ 2-4 ນາທີ ແລ້ວຄ່ອຍເງີຍຂຶ້ນ ການເຮັດແບບນີ້ທຸກມື້ ຈະຊ່ວຍໃຫ້ຜົມຍາວໄວ
  4. ບໍ່ຕຶງຄຽດ: ຮູ້ຫຼືບໍ່ວ່າ ການເຮັດໃຫ້ຍາວຊ້າ ກໍຄືຄວາມຄຽດ ເພາະຄວາມຄຽດຈະຢັບຢັ້ງ ການເຮັດວຽກຕ່າງໆຂອງຮ່າງກາຍ ລວມເຖິງການຈະເລີນເຕີບໂຕຂອງເສັ້ນຜົມ
  5. ຕັດປາຍຜົມ: ບາງຄັ້ງການຕັດປາຍຜົມເລັກໜ້ອຍ 2 ເດືອນຕໍ່ຄັ້ງ, ວິທີນີ້ຈະຊ່ວຍກະຕຸ້ນໃຫ້ເສັ້ນຜົມຍາວໄວ ແລະຍັງເປັນການກຳຈັດຜົມເສຍ ແລະແຕກປາຍອອກໄປອີກດ້ວຍ
  6. ໃຊ້ຢາສະຜົມເລັ່ງຜົມຍາວ: ວິທີນີ້ຈະສະດວກສະບາຍ ເພາະໃນປະຈຸບັນມີໃຫ້ເລືອກຫຼາຍໆຍີ່ຫໍ້, ຫາກເຮັດຄວບຄູ່ກັບວິທີ ທີ່ເວົ້າມາຂ້າງເທິງ ຮັບຮອງວ້ໍ່າຜົມຈະຍາວແບບເຫັນຜົມທັນໃຈແນ່ນອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...