Homeຂ່າວເຫດການທະນາຄານໂລກ ໃຫ້ລາວກູ້ຢືມເງິນ 25 ລ້ານໂດລາສະຫະລັດ ເພື່ອປັບປຸງເສັ້ນທາງຢູ່ 6 ແຂວງ

ທະນາຄານໂລກ ໃຫ້ລາວກູ້ຢືມເງິນ 25 ລ້ານໂດລາສະຫະລັດ ເພື່ອປັບປຸງເສັ້ນທາງຢູ່ 6 ແຂວງ

Published on

​ໃນວັນ​ທີ 7 ກຸມພາ 2017 ຜ່ານມານີ້ ທີ່​ນະຄອນຫລວງ​ວຽງຈັນ ທະນາຄານ​ໂລກ ​​ໄດ້​ຕົກລົງ​ໃຫ້ ເງິນ​ກູ້​ຢືມທີ່​ມີດ​ອກ​ເບ້ຍ​ຕ່ຳ ​ແກ່​ລັດຖະບານ​ລາວ ​ໃນ​ວົງ​ເງິນ 25 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສືບ​ຕໍ່ປະຕິບັດ​​ໂຄງການໄລຍະ II ​ໃນ​ການສ້າງ​ຄວາມ​ເຂັ້ມ​ແຂງ​ລະບົບ​ບຳລຸງ​ຮັກສາ​ເສັ້ນທາງ ​ແລະ ປັບປຸງ​ການ​ເຊື່ອມ​ຕໍ່ ຂອງ​ລະບົບ​ເສັ້ນທາງ​ໃນ 6 ​ແຂວງ​ພາກ​ກາງ ​ແລະ ພາກ​ເໜືອ​ຂອງ​ລາວ ​ໂດຍມີ​ການລົງ​ນາມ​ລະຫວ່າງ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ທ່ານ ອູ​ລິກ ຊະ​ຄາວ ຜູ້ ອຳນວຍການທະນາຄານ​ໂລກ​ ປະຈຳປະ​ເທ​ດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​​ເຂົ້າ​ຮ່ວມ​​ເປັນ​ສັກຂີ​ພິຍານ​ ຂອງທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ປະຕິບັດ​ໂຄງການ​ໄລຍະ II ນີ້ ຈະ​ຊ່ວຍ​ສຸມ​ໃສ່​ບູລະນະຮັກສາ​ເສັ້ນທາງໃນ 6 ​​ແຂວງ ​ທີ່​ມີ​ຄວາມ​ສ່ຽງສູງ ຕໍ່​ຜົນ​ກະທົບ​ຈາກ​ນ້ຳ​ຖ້ວມ, ດິນ​ເຈື່ອນ ​ແລະ ​ໄພພິບັດ​ທຳ​ມະ​ຊາດ​ອື່ນໆ  ​ເຊິ່ງລວມມີ​ແຂວງ ​ຜົ້ງ​ສາລີ, ຫົວພັນ, ອຸດົມ​ໄຊ, ຊຽງຂວາງ, ​ໄຊ​ຍະ​ບູລີ ​ແລະ ​ແຂວງ ບໍລິ​ຄຳ​ໄຊ ​ເຊິ່ງ​ຈະ​​ເຮັດໃຫ້ເສັ້ນທາງ​ມີ​ສະພາບ​ດີ ​ແລະ ປອດ​ໄພຫລາຍຂຶ້ນ​ກວ່າ​ເກົ່າ. ການ​ຊ່ວຍ​ເຫລືອ​ດັ່ງກ່າວ​, ຈະ​​ຮັບປະກັນການ​ເຂົ້າ​ເຖິງ​ການ​ບໍລິການ​ທີ່​ເປັນ​ພື້ນຖານ, ​ໂຮງຮຽນ ​ແລະ ຕະຫລາດຂອງ​ປະຊາຊົນ​ຫລາຍ​ກວ່າ 1,6 ລ້ານ​ຄົນ​ ໃນສປປ ລາວ ​​ແລະ ຈະເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​ຊົນນະບົດ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເສັ້ນທາງຫລາຍ​ເພິ່ມ​ຂຶ້ນ.

ສປປ ລາວ ​ເປັນໜຶ່ງ​ໃນ​ປະ​ເທດ​ສະມາຊິກ​ອາຊຽນ ທີ່​ມີ​ຄວາມ​ສ່ຽງສູງ​ຕໍ່​ໄພ​ນ້ຳ​ຖ້ວມ, ​ໄພ​ແລ້ງ ​ແລະ ພາຍຸ ​ເຊິ່ງພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ເຫລົ່າ​ນີ້​ ມັກ​ຖືກ​ກະທົບ​ຈາກ​ການ​ເພີ່ມຂຶ້ນ​ຂອງ​ຄວາມ​ຖີ່ ​ແລະ ຄວາມ​ຮຸນ​ແຮງ ຂອງ​ໄພພິບັດ​ທຳ​ມະ​ຊາດ ​ເນື່ອງ​ຈາກ​ການ​ປ່ຽນ​ແປງດ້ານ​ສະພາບ​ດິນ​ຟ້າ​ອາກາດ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...