Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 10 ຢ່າງທີ່ຊ່ວຍບຳລຸງສະໝອງ ແລະເພີ່ມຄວາມຈື່ຈຳ

ອາຫານ 10 ຢ່າງທີ່ຊ່ວຍບຳລຸງສະໝອງ ແລະເພີ່ມຄວາມຈື່ຈຳ

Published on

ທຸກຄົນຮູ້ນຳກັນດີແລ້ວວ່າ “ສະໝອງ” ເປັນອະໄວຍະວະສໍາຄັນທີ່ສຸດໃນຮ່າງກາຍ ເຊິ່ງເຮັດໜ້າທີ່ຄວບຄຸມທຸກໆສ່ວນຂອງຮ່າງກາຍໃຫ້ເຮັດວຽກໄດ້ຢ່າງເປັນປົກກະຕິ ແລະແນ່ນອນວ່າ ເມື່ອດົນໄປ ປະສິດທິພາບໃນການເຮັດວຽກຂອງສະໝອງກໍສາມາດເສື່ອມສະພາບໄດ້ ເຊັ່ນດຽວກັບອະໄວຍະວະສ່ວນອື່ນໆໃນຮ່າງກາຍ ແຕ່ເຮົາສາມາດຢັບຢັ້ງການເສື່ອມ ແລະຟື້ນຟູການເຮັດວຽກຂອງສະໝອງໄດ້ດີ ໂດຍການກິນອາຫານທີ່ດີ ເພື່ອບຳລຸງສະໝອງ

  1. ປາ: ການກິນປາ ໂດຍສະເພາະແມ່ນປາທູນ່າ, ປາແຊວມ່ອນ, ເຊິ່ງປາຈຳພວກນີ້ເປັນອາຫານທີ່ມີປະໂຫຍດສູງສຸດຕໍ່ສະໝອງຫຼາຍ
  2. ໝາກໄມ້ຕະກຸນເບີລີ່: ເຊິ່ງໄດ້ແກ່ໝາກບູເບີລີ່, ສະຕໍເບີລີ່, ເຊີຣີ່ ຈະຊ່ວຍບຳລຸງສະໝອງ ລະບົບໄຫຼວຽນຂອງເລືອດໄປລ້ຽງສະໝອງ ຊ່ວຍຫຼຸດຄວາມດັນເລືອດສູງໃຫ້ສົມດູນ, ມີວິຕາມິນ ແລະສານຕ້ານອະນຸມູນອິດສະລະສຸງ ແລະຍັງຊ່ວຍປ້ອງກັນການສູນເສຍຄວາມຈຳໄລຍະສັ້ນ, ຊ່ວຍເພີ່ມຈຳນວນເຊວປະສາດທີ່ເຮັດໜ້າທີ່ຮັບຜິດຊອບໂດຍກົງຕໍ່ຄວາມຈຳ
  3. ໄຂ່: ເຊິ່ງເປັນທີ່ຮູ້ຈັກກັນດີວ່າ ຊ່ວຍພັດທະນາລະບົບການເຮັດວຽກຂອງສະໝອງ ເຊິ່ງໂຄລີນໃນໄຂ່ຈະເຮັດໜ້າທີ່ສຳຄັນຕໍ່ການພັດທະນາການເຮັດວຽກຂອງສະໝອງ ແລະຄວາມຈຳ, ໄຂ່ໄກ່ສາມາດໃຫ້ພະລັງງານດົນຫຼາຍຊົ່ວໂມງ ເຊິ່ງບໍ່ເຮັດໃຫ້ຫິວຕະຫຼອດ
  4. ຜັກຫົມ: ຊ່ວຍຫຼຸດອາການຄວາມຈຳເສື່ອມ ໂດຍສະເພາະແມ່ນຜູ້ຍິງ ເຊິ່ງມີການວິໄຈພົບວ່າຜູ້ຍິງໄວກາງຄົນທີກິນຜັກຫົມຮ່ວມກັບຜັກໃບຂຽວຊະນິດອື່ນໆຕະຫຼອດ ຊ່ວຍຫຼຸດອາການຄວາມຈຳເສື່ອມໄປໄດ້ເຖິງ 2 ປີ ຜັກຫົມມີເອນໄຊທີ່ີດີຕໍ່ຄວາມແຂງແຮງຂອງເຊວປະສາດ ແລະເສີມຄວາມແຂງແຮງໃຫ້ເຊວປະສາດ
  5. ຖົ່ວ: ປະເພດຖົ່ວທຸກຊະນິດ ລ້ວນເປັນແຫຼ່ງລວມໂປຣຕີນ, ມີໄຟເບີສູງ ແລະມີໄຂມັນດີຫຼາຍ ທີ່ສຳຄັນຕໍ່ຂະບວນການຄິດ ແລະຄວາມຈຳ
  6. ແຄລ໋ອດ: ຫາກຕ້ອງການກະຕຸ້ນໃຫ້ສະໝອງເຮັດວຽກຢ່າງສົດຊື່ນ ຄວນກິນໝາກໄມ້ສົດ ໂດຍສະເພາະແຄລ໋ອດສົດ ໃຫ້ກິນຢ່າງໜ້ອຍອາທິດລະຄັ້ງ ຈະຊ່ວຍກະຕຸ້ນໃຫ້ມີຄວາມຈຳທີ່ດີໄດ້
  7. ໝາກງາ: ມີໂປຣຕີນສູງ ມີໄຂມັນດີ ແລະວິຕາມິນເອ, ນອກນັ້ນ ຍັງມີສານຕ້ານອະນຸມູນອິດສະລະທີ່ຊ່ວຍເພີ່ມສານອາຫານກະຕຸ້ນສະໝອງ, ແມັກນີຊຽມ ເຮັດໃຫ້ເລືອດໄປຫຼໍ່ລ້ຽງສະໝອງໄດ້ດີ ທີ່ເຕັມໄປດ້ວຍເສັ້ນໃຍອາຫານ, ມີປະລິມານໂປຣຕີນທີ່ເໝາະສົມ ລວມທັງມີໂອເມກ້າສູງ
  8. ໝາກແອັບເປິ່ນ: ການດື່ມນໍ້າໝາກແອັບເປິ່ນມື້ລະ 2 ແກ້ວ ຫຼືກິນໝາກແອັບເປິ່ນວັນລະ 2-3 ໜ່ວຍ ມີສ່ວນຊ່ວຍເພີ່ມການສ້າງປະສາດໃນສະໝອງທີ່ມີຊື່່ວ່າ “ອະເຊທິລໂຄລີນ” ເຊິ່ງເປັນຕົວກໍານົດຄວາມສາມາດໃນການຈື່ຈຳ ແລະຍັງເພີ່ມປະສິດທິພາບໃນການຈຳຂອງສະໝອງ ຈຶ່ງຊ່ວຍການຢັບຢັ້ງການເສື່ອມຂອງສະໝອງໄດ້
  9. ຊ໊ອກໂກແລັດ: ຊ່ວຍກະຕຸ້ນສະໝອງ ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍລະບົບໄຫຼວຽນຂອງເລືອດ ແລະເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງໄດ້ ທີ່ສຳຄັນຊ່ວຍພັດທະນາ ຄວາມຈື່ຈຳໄດ້ເຖິງ 20%
  10. ໝາກເລັ່ນ: ນອກຈາກຊ່ວຍບຳລຸງຜິວແລ້ວ ຍັງເປັນອາຫານທີ່ຊ່ວຍບຳລຸງສະໝອງໄດ້ດີ ເພາະມີສານໄລໂຄປີນ ເຊິ່ງຊ່ວຍໃນການຕ້ານອະນຸມູນອິດສະລະ ຊ່ວຍປ້ອງກັນການເສື່ອມຂອງເຊວໃນຮ່າງກາຍ ແລະເຊວສະໝອງ ຈຶ່ງຊ່ວຍປ້ອງກັນອາການຕ່າງໆ ທີ່ຈະເກີດຂຶ້ນກັບສະໝອງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...