Homeສຸຂະພາບ ແລະ ສີ່ງແວດລ້ອມ4 ພະຍາດຮ້າຍປິ່ນປົວໄດ້ດ້ວຍ “ໝາກແຄ້ງ”

4 ພະຍາດຮ້າຍປິ່ນປົວໄດ້ດ້ວຍ “ໝາກແຄ້ງ”

Published on

ໝາກແຄ້ງ ໃຊ້ປະກອບສ່ວນເປັນອາຫານໄດ້ຫຼາຍເມນູ ແລະມັນມີປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ມີສັບພະຄຸນໃນການຕ້ານພະຍາດໄດ້ຫຼາຍພະຍາດດັ່ງນີ້

  1. ພະຍາດເບົາຫວານ: ມີການສຶກສາວິໄຈພົບວ່າ ເຄື່ອງດື່ມນໍ້າໝາກແຄ້ງ ສາມາດຫຼຸດລະດັບອະນຸມູນອິດສະລະໃນເລືອດໜູ ທີ່ເປັນພະຍາດເບົາຫວານ ເຮັດໃຫ້ໄຂມັນບໍ່ດີ ແລະລະດັບນໍ້າຕານໃນນເລືອດຫຼຸດລົງ ດັ່ງນັ້ນ ການໃຫ້ຄົນທີ່ເປັນພະຍາດເບົາຫວານກິນໝາກແຄ້ງຂົມ ລະຫວ່າງການປິ່ນປົວຈະຊ່ວຍປິ່ນປົວອາການໃຫ້ຫຼຸດລົງໄດ້
  2. ພະຍາດຄວາມດັນເລືອດສູງ ແລະບັນຫາເມັດເລືອດ: ມີການວິໄຈຢູ່ແຄເມີຣູນພົບວ່າ ການເອົາໝາກແຄ້ງສະກັດ ປະສົມກັບແອວກໍຮໍ ມາທົດລອງກັບໜູ ປາກົດວ່າ ອັດຕາການເຕັ້ນຂອງຫົວໃຈ ແລະຄວາມດັນເລືອດຫຼຸດລົງ ພ້ອມທັງສາມາດຫຼຸດການລົມຕົວຂອງເມັດເລືອດໄດ້ອີກ, ດັ່ງນັ້ນ ຈຶ່ງຊ່ວຍໃຫ້ຜູ້ເປັນພະຍາດຄວາມດັນເລືອດສູງ ແລະບັນຫາເມັດເລືອດມີອາການທີ່ດີຂຶ້ນ
  3. ມີສານຕ້ານອະນຸມູນອິດສະລະ: ໃນປີ 2008 ມີການວິໄຈຂອງຕ່າງປະເທດ ໂດຍການເອົາໝາກເຂືອ ແລະໝາກແຄ້ງ ທັງໝົດ 11 ຊະນິດ ມາສະກັດຫາສານຕ້ານອະນຸມູນອິດສະລະ ຜົນອອກມາວ່າ ໝາກແຄ້ງມີສານຕ້ານອະນຸມູນອິດສະລະ ຫຼາຍກວ່າໝູ່ໃນບັນດາໝາກເຂືອທຸກຊະນິດ
  4. ບາດແຜໃນກະເພາະ: ໃນປີ 2008 ກຸ່ມວິໄຈໃນປະເທດແຄເມີຣູນພົບວ່າ ໝາກແຄ້ງສາມາດຕ້ານການເກີດບາດແຜໃນກະເພາະອາຫານໄດ້ ເພາະໃນໝາກແຄ້ງມີສານກຸ່ມຟລາໂວນອຍ ແລະໄທຣເທີພີນ ເຊິ່ງມີລິດຕ້ານການເກີດບາດແຜໃນກະເພາະອາຫານ ຈາກແອວກໍຮໍ ຫຼືຄວາມຕຶງຄຽດໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...