Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ຮ້ານນວດຢູ່ຈີນ ມີຜູ້ເສຍຊີວິດແລ້ວ 18 ຄົນ

ເກີດເຫດໄຟໄໝ້ຮ້ານນວດຢູ່ຈີນ ມີຜູ້ເສຍຊີວິດແລ້ວ 18 ຄົນ

Published on

ເວັບໄຊຂ່າວເດິຄັຟເວີ່ ຂອງປະເທດຈີນລາຍງານເມື່ອວັນທີ 5 ກຸມພາ 2017 ຜ່ານມາວ່າໃນເວລາປະມານ 17:26 ໂມງ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດໄຟໄໝ້ຮ້ານ ນວດຕີນ ແຫ່ງໜຶ່ງຢູ່ເມືອງ ທຽນໄຖ ມົນທົນເຈີ້ຈຽງ ທາງພາກຕາເວັນອອກຂອງຈີນ ເຮັດໃຫ້ມີພະນັກງານ ແລະລູກຄ້າຫຼາຍຄົນຕ້ອງໂດດອອກມາທາງປ່ອງຢ້ຽມ ເພື່ອເອົາຕົວລອດ ເຊິ່ງເຫດໄຟໄໝ້ດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ແລະບາດເຈັບອີກ 18 ຄົນ

ສຳນັກຂ່າວຊິນຫົວລາຍງານຕື່ມວ່າ ເຫດໄຟໄໝ້ດັ່ງກ່າວ ມີຜູ້ເສຍຊີວິດປະມານ 18 ຄົນ ເຊິ່ງເສຍຊີວິດໃນບ່ອນເກີດເຫດ 8 ຄົນ ແລະເສຍຊີວິດຢູ່ໂຮງໝໍ 10 ຄົນ, ຍັງມີຜູ້ທີ່ໄດ້ຮັບບາດເຈັບອີກ 18 ຄົນ ອາການສາຫັດ 2 ຄົນ ສ່ວນສາເຫດຍັງຢູ່ໃນການກວດສອບ

ຕຶກທີ່ຖືກໄຟໄໝ້ນີ້ ເປັນຕຶກ 6 ຊັ້ນ ເຊິ່ງຊັ້ນ 1-2 ເປີດເປັນຮ້ານ ນວດຕີນ, ສ່ວນຊັ້ນອື່ນໆ ເປັນບ່ອນພັກຂອງປະຊາຊົນ ເຊິ່ງເຈົ້າໜ້າທີ່ໄດ້ອົບພະຍົບອອກມາຈາກຕຶກໂດຍປອດໄພແລ້ວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...