Home​ຂ່າວບັນເທິງບຸດສະບາ ແສງປັນ ງາມສະຫງ່າ ຮ່ວມເດີນແບບເປີດໂຕເຮືອບິນລາຍຜ້າໄໝ ສາຍການບິນຂອງໄທ

ບຸດສະບາ ແສງປັນ ງາມສະຫງ່າ ຮ່ວມເດີນແບບເປີດໂຕເຮືອບິນລາຍຜ້າໄໝ ສາຍການບິນຂອງໄທ

Published on

ຂ່າວບັນເທີງ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະມາອັບເດດຂ່າວຄາວການເຄື່ອນໄຫວໃນແວດວົງບັນເທີງຂອງສາວຄົນນີ້ ທີ່ມີຕຳແໜ່ງເປັນເຖິງ ນາງສາວລາວ 2016 ເຊິ່ງຈະເປັນໃຜໄປບໍ່ໄດ້ນອກຈາກ “ບຸດສະບາ ແສງປັນ” ສາວງາມຫຼາຍ ແລະ ມີຄວາມສາມາດທີ່ຄົນທົ່ວບ້ານທົ່ວເມືອງກໍ່ຮູ້ຈັກກັນດີ ແລະ ໃນວັນງານຖະແຫລງຂ່າວເປີດໂຕເຮືອບິນລາຍຜ້າໄໝລຳທຳອິດຂອງໄທ ຂອງສາຍການບິນແອຣເອເຊຍ ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ກຸມ ພາ 2017 ທີ່ສະໜາມຂອນແກ່ນ (ປະເທດໄທ) ແລະ ບຸດສະບາ ແສງປັນ ນາງສາວລາວ 2016 ກໍ່ໄດ້ຖືກຮັບເຊີນໄປຮ່ວມຍ່າງແຟຊັ່ນໃນງານຄັ້ງນີ້

ງານນີ້ທີມເດີນແບບໃນງານໂດຍ ນ້ຳຕານ ຊະລິຕາ ສວນສະເໜ່ Miss Thailand Univese 2016 ລວມທັງເຫຼົ່າຍບັນດານາງງາມ Ms.Myat Thiri Lwin Miss Myanmar World 2016 , Ms.Boutsaba Sengpan Miss Laos 2016 ລວມທັງເຫຼົ່າບັນດານາງງາມອີກຄັບເວທີ ມາໃນຊຸດຜ້າໄໝໄທ.

ບຸດສະບາ ແສງປັນ ນາງສາວລາວ 2016 ອໍລ້າຄວາມສະຫງ່າງາມ ພ້ອມກັບຮອຍຍິ້ມອັນສົດໃສ ແລະ ຖືຄວາມໝັ້ນໃຈມາເຕັມໃນຊຸດລາຍຜ້າໄໝໄທສີຟ້າ ແບບລຽບເກ໋ ແຕ່ ແອບຂະຢີ້ໃຈເລັກນ້ອຍ ເມື່ອທຽມກັບນາງງາມຄົນອື່ນໆແລ້ວ ບອກໄດ້ເລີຍວ່າ ສາວບຸດຂອງເຮົາ ເພິ່ນກໍ່ບໍ່ໄດ້ໜ້ອຍໜ້າໃຜໃນເວລານັ້ນ

8211

117.1 117 117.3

 
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...