spot_img
Homeຂ່າວຕ່າງປະເທດພູເຂົາໄຟໂກລີມາຢູ່ເມັກຊີໂກ ລະເບີດພ້ອມກັບສາຍຟ້າຜ່າລົງມາ

ພູເຂົາໄຟໂກລີມາຢູ່ເມັກຊີໂກ ລະເບີດພ້ອມກັບສາຍຟ້າຜ່າລົງມາ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກຸມພາ 2017 ຜ່ານມາວ່າ ພູເຂົາໄຟໂກລີມາ ຢູ່ໃນລັດຮາລິສໂກ ທາງພາກຕາເວັນຕົກຂອງປະເທດເມັກຊີໂກ ທີ່ກຳລັງລະເບີດຂຶ້ນ ເຊິ່ງໃນຂະນະດຽວກັນກໍມີສາຍຟ້າຜ່າ ລົງໄປໃນປ່ອງພູເຂົາໄຟທີ່ລາວາກຳລັງລະເບີດອອກມາ ຈົນເຮັດໃຫ້ເກີດເປັນພາບທີ່ງົດງາມ ເຊິ່ງພາບນີ້ຖືກບັນທຶກໄວ້ໂດຍເຮີນັນໂດ້ ຣິເວຣ່າ ນັກກຣາຟິກດີໄຊຄົນໜຶ່ງ ທີ່ໄປເຝົ້າລໍຖ້າທ່າມອາກາດໜາວ ເພື່ອຖ່າຍພາບມະຫັດສະຈັນທາງທຳມະຊາດນີ້

ລາວໄປເຝົ້າລໍຖ້າການລະເບີດຄັ້ງນີ້ດົນເຖິງຊົ່ວໂມງ ຫ່າງອອກໄປຈາກພູເຂົາໄຟປະມານ 12 ກິໂລແມັດ ເຊິ່ງຄາດວ່າລັດສະໝີການໄຫຼຂອງລາວາຄັ້ງນີ້ກິນພື້ນທີ່ປະມານ 8 ກິໂລແມັດ

ພູເຂົາໄຟໂກລີມາ ມີຄວາມສູງປະມານ 3,800 ແມັດ ຫ່າງອອກຈາກພາກຕາເວັນຕົກຂອງນະຄອນເມັກຊິໂກຊິຕີ ເມືອງຫຼວງຂອງເມັກຊີໂກ 690 ກິໂລແມັດ ເຊິ່ງຜ່ານມາພູເຂົາໄຟໂກລີມາ ຍັງໝີຄວາມຮ້ອນ ແລະລະເບີດຄວາມຮ້ອນລາວາອອກມາຕະຫຼອດ ແລະຍັງເປັນໜຶ່ງພູເຂົາໄຟທີ່ຍັງມີການລະເບີດຮຸນແຮງທີ່ສຸດໃນເມັກຊີໂກ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...