spot_img
Homeຂ່າວເຫດການນາຍົກ ຕ້ອນຮັບ ອະດີດປະທານປະເທດ ສສ ຫວຽດນາມ

ນາຍົກ ຕ້ອນຮັບ ອະດີດປະທານປະເທດ ສສ ຫວຽດນາມ

Published on

ໃນວັນ​ທີ 6 ກຸມພາ 2017 ຜ່ານມາທີ່​ ນະຄອນຫລວງ​ວຽງຈັນ, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ ​ແຫ່ງ  ສປປ ​ລາວ ​ໄດ້​ໃຫ້ກຽດຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ ​ຂອງ ທ່ານ  ​ເຈືອງ ເຕີນ ຊາງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ ໃນໂອກາດທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນ​ທີ 6 – 10 ກຸມພາ 2017 ນີ້.
​         ໃນ​ໂອກາດ​ດັ່ງກ່າວ, ນາຍົກ ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ ຍິນດີ​ຕ້ອນຮັບ​ ອັນອົບອຸ່ນ ແລະ ຕີ​ລາຄາ​ສູງຕໍ່ ທ່ານ ອະດີດປະທານປະເທດ ​ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້ ​ທັງເປັນ​ການ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະປະຊາຊົນ​ສອງ​ຊາດ ລາວ-​ຫວຽດນາມ ​ໃຫ້​ນັບ​ມື້​ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ.

ທ່ານ ເຈືອງ ເຕີນ ຊາງ  ກໍ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ທ່ານ ​ນາຍົກລັດຖະມົນຕີ  ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ເຖິງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ລາວ​ ໃນ​ຄັ້ງ​ນີ້​ໃຫ້​ນາຍົກຊາບ​.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...