Homeຂ່າວເຫດການເຂື່ອນໄຟຟ້າໄຊຍະບູລີ ມີກຳລັງການຜະລິດ 1.285 ເມກາວັດ ຄາດສຳເລັດໃນປີ 2019

ເຂື່ອນໄຟຟ້າໄຊຍະບູລີ ມີກຳລັງການຜະລິດ 1.285 ເມກາວັດ ຄາດສຳເລັດໃນປີ 2019

Published on

ຕາມການລາຍງານຂອງ ເຈົ້າໜ້າທີ່ບໍລິສັດ ໄຊຍະບູລີພາວເວີ ຈຳກັດ ໄດ້ເປີດເຜີຍໃນວັນທີ 6 ກຸມພາ 2017 ຜ່ານມານີ້ວ່າ:  ປັດຈຸບັນນີ້ ​ການ​ກໍ່ສ້າງເຂື່ອນໄຟຟ້າ ພະລັງງານນ້ຳ ໄຊຍະບູລີ​ ມີຄວາມຄືບໜ້າ 73%, ຄາດວ່າຈະ​ສຳ​ເລັດ ໃນ​ປີ 2019 ພ້ອມຈະສົ່ງຂາຍໃຫ້ໄທ 1.225 ເມກາວັດ ແລະ 60 ເມກາວັດ ຊົມໃຊ້ພາຍໃນ. ໂຄງການ​ໄຟຟ້າ ​ພະລັງງານນ້ຳໄຊຍະບູລີ ​ໄດ້​ເລີ່ມລົງມືກໍ່ສ້າງມາແຕ່ ປີ 2012 ເປັນຕົ້ນມາ,  ລວມ​ມູນ​ຄ່າການລົງທຶນທັງໝົດ ​ຫລາຍ​ກວ່າ 3 ຕື້​ໂດລາ​ສະຫະລັດ, ມີເຄື່ອງຈັກຜະລິດໄຟຟ້າ 8 ເຄື່ອງ, ມີກຳລັງການຜະລິດ ທັງໝົດ 1.285 ເມກາວັດ ໃນນັ້ນ ມີເຄື່ອງຜະລິດໄຟຟ້າ ຂະໜາດ 175 ເມກາວັດ ຈຳນວນ 7 ຊຸດ ເພື່ອສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 500 ກິໂລໂວນ ໃຫ້ການໄຟຟ້າຜະລິດ ແຫ່ງປະເທດໄທ ແລະ ເຄື່ອງຜະລິດໄຟຟ້າ 60 ເມກາວັດ 1 ຊຸດ ສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 115 ກິໂລໂວນ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.

ໂຄງການດັ່ງກ່າວ,  ເປັນ​ໂຄງການ​ໄຟຟ້າເປັນ​ພະລັງງານ ແບບລະບົບ​ນ້ຳ​ໄຫລຜ່ານ ​ທີ່​ບໍ່​ມີ​ການເກັບ​ກັກ​ນ້ຳ, ​ໄດ້​ມີ​ການຍົກຍ້າຍ ແລະ ຫຍັບຍ້າຍ ​ປະຊາຊົນອອກ​ຈາກ​ພື້ນ​ທີ່​ໂຄງການ ມີພຽງແຕ່ 458 ຄອບຄົວ ຈາກ 19 ບ້ານ ​ທີ່ຢູ່ແຄມ​ສອງ​ຝັ່ງ​ຂອງ ລະຫວ່າງ ແຂວງ​ໄຊຍະ​ບູ​ລີ ແລະ ແຂວງຫລວງ​ພະ​ບາງ ​ເຊິ່ງຄອບຄົວ​ທີ່ໄດ້​ຮັບ​ຜົນ​ກະທົບ ກໍໄດ້​ຮັບ​ການ​ຊົດ​ເຊີຍ ແລະ ຊ່ວຍເຫລືອ​ດ້ານ​ຕ່າງໆ ເປັນຕົ້ນ ຄ່າທົດແທນຈາກການສູນເສຍ ທີ່ດິນທຳມາຫາກິນ, ຈັດສັນທີ່ດິນ ພ້ອມທີ່ຢູ່ອາໄສ​ໃຫ້ໃໝ່, ຈັດສັນພື້ນຖານ ແລະ ສາທາລະນຸປະໂພກຕ່າງໆ, ແບ່ງປັນດິນ ເພື່ອຜະລິດກະສິກຳ ໃຫ້ແຕ່ລະຄົວເຮືອນ ແລະ ຟື້ນຟູຄຸນນະພາບຊີວິດ ໃນດ້ານຕ່າງໆຢ່າງຕໍ່ເນື່ອງ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...