Homeຂ່າວພາຍ​ໃນລາວພຣີເມຍລີກລະດູການນີ້ຈະເກີດຂຶ້ນໄດ້ ຫຼື ບໍ່? ເມື່ອ "ມຊ FC" ປະກາດອາດຖອນຕົວຈາກການແຂ່ງຂັນ

ລາວພຣີເມຍລີກລະດູການນີ້ຈະເກີດຂຶ້ນໄດ້ ຫຼື ບໍ່? ເມື່ອ “ມຊ FC” ປະກາດອາດຖອນຕົວຈາກການແຂ່ງຂັນ

Published on

ວົງການບານເຕະລາວມີໜາວ ໂດຍສະເພາະ ລາວພຣີເມຍລີກລະດູການນີ້ ເມື່ອບັນດາທີມທີ່ເຂົ້າຮ່ວມລາວພຣີເມຍລີກ 2017 ເລີ່ມຖອນທີມອອກຈາກການແຂ່ງຂັນຍັງບໍ່ທັນໄດ້ເລີ່ມ.

ເຟສບຸກ The Passer ໄດ້ເປີດເຜີຍຕໍ່ສື່ເມື່ອວັນທີ 6 ກຸມພາ 2017 ວ່າ “ມຊ FC” ທີມນ້ອງໃໝ່ໃນວົງການລາວພຣີເມຍລີກ ໄດ້ປະກາດຢຸດຊ້ອມ ແລະ ອາດຖອນຕົວອອກຈາກການແຂ່ງຂັນ

4211

ເຊິ່ງການທີ່ທາງ ສະໂມສອນ ມຊ ໄດ້ອອກມາປະກາດໃຫ້ແຟນບານໄດ້ຮັບຊາບໃນຄັ້ງນີ້ກໍ່ເຮັດໃຫ້ຫຼາຍທ່ານອາດສົງໄສ ແລະ ຕັ້ງຄຳຖາມຕ່າງໆນາໆວ່າເປັນຫຍັງ? ຍ້ອນຫຍັງ? ບໍ່ມີຜູ້ສະໜັບສະໜູນບໍ ຫລື ຍ້ອນບັນຫາໃດ? ແລະ ເກີດຈາກຫຍັງ? ໃນເມື່ອສະພາບເຫດການເປັນແບບນີ້ແລ້ວ ທາງ ສຕລ ຈະມີແນວທາງແກ້ໄຂບັນຫານີ້ແນວໃດ ຫຼື ອາດມາເຖິງຈຸດປ່ຽນຢ່າງໃຫຍ່ຫລວງຂອງວົງການບານເຕະລາວ ຫຼື ບໍ່? ເຮົາກໍ່ຕ້ອງໄດ້ຕິດຕາມກັນຕໍ່ໄປ ແຕ່ພວກເຮົາທຸກຄົນກໍ່ຫວັງວ່າບັນຫາທຸກຢ່າງຈະໄດ້ຮັບການແກ້ໄຂໄປໃນທາງທີ່ດີຂຶ້ນ ແລະ ການແຂ່ງຂັນບານເຕະລາວພຣີເມຍລີກໃນລະດູການນີ້ຈະກັບມາມີສີສັນຄືກັບລະດູການທີ່ຜ່ານມາ.

 

ແຫລ່ງຂ່າວຈາກ: ເຟສບຸກ The Passer
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...