spot_img
Homeຂ່າວການພັດທະນາບໍລິສັດໄທ ເຊັນສັນຍາເຂົ້າສຶກສາ ສ້າງເຂື່ອນໄຟຟ້າເຊບັ້ງຫຽງ 1 ຢູ່ແຂວງສະຫວັນນະເຂດ

ບໍລິສັດໄທ ເຊັນສັນຍາເຂົ້າສຶກສາ ສ້າງເຂື່ອນໄຟຟ້າເຊບັ້ງຫຽງ 1 ຢູ່ແຂວງສະຫວັນນະເຂດ

Published on

ລັດຖະບານລາວໄດ້ຕົກລົງໃ ຫ້ບໍລິສັດ ພາວເວີ ໂຮນດິງ ພັບບລີກ (Power Holding Public co.ltd) ຈາກປະເທດໄທ ເຂົ້າມາສຶກສາຄວາມເປັນໄປໄດ້ຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊບັງຫຽງ 1 ຢູ່ແຂວງສະຫວັນນະເຂດ ເປັນເວລາ 18 ເດືອນ, ເຊິ່ງໂຄງການດັ່ງກ່າວ ເປັນລັກສະນະຝາຍນໍ້າລົ້ນ, ຄາດວ່າຈະມີກໍາລັງຕິດຕັ້ງປະມານ 30-50 ເມກາວັດ (MW) ໂດຍຈະມີມູນຄ່າລົງທຶນປະມານ 3 ຕື້ບາດ (ສະກຸນເງິນໄທ) ແລະ ຄາດວ່າການສໍາຫລວດຕົວຈິງ ຈະມີຂຶ້ນໃນທ້າຍເດືອນກຸມພານີ້.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ແລະ ສໍາຫລວດໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 2 ກຸມພານີ້, ຢູ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງ ທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ກະນົດທິບ ຈັນພະລັງສີ ປະທານກໍາມະການບໍລິສັດ Power Holding Public co.ltd, ມີທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພະແນກການກ່ຽວຂ້ອງ ຈາກແຂວງສະຫວັນນະເຂດ ເຂົ້າຮ່ວມນໍາດ້ວຍ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...