Homeຂ່າວພາຍ​ໃນລາວ-ໄທ ຫາລືແກ້ໄຂຄະດີການຄ້າມະນຸດທີ່ຍັງຄົງຄ້າງ

ລາວ-ໄທ ຫາລືແກ້ໄຂຄະດີການຄ້າມະນຸດທີ່ຍັງຄົງຄ້າງ

Published on

ກອງປະຊຸມປຶກສາຫາລືວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດລະຫວ່າງສອງປະເທດ ຈັດຂຶ້ນແຕ່ວັນທີ 31 ມັງກອນ 2017 ຫາ 1 ກຸມພາ 2017 ຢູ່ໂຮງແຮມແກຣນຫລວງພະບາງ, ໂດຍການເປັນປະທານຂອງ ພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫລວດ, ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທ່ານພັນເອກ ທາມາຊັກ ວິຊາລາຍາ ຜູ້ປຶກສາຜູ້ບັນຊາການຕຳຫລວດແຫ່ງຊາດໄທ, ທ່ານພັນເອກອັກຄະລະພົນ ຜູ້ຊ່ຽວຊານດ້ານການປາບປາມຢາເສບຕິດ ແລະ ການຄ້າມະນຸດ ກົມສອບສວນຄະດີພິເສດ DSI ພ້ອມເຈົ້າໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ

ກົມຕຳຫລວດສະກັດກັ້ນ ແລະຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບລາວ, ກອງບັນຊາການປາບປາມການຄ້າມະນຸດ ສຳນັກງານຕຳຫລວດແຫ່ງຊາດ ແລະກົມສືບສວນຄະດີພິເສດແຫ່ງຣາຊະອານາຈັກໄທ, ໄດ້ເພີ່ມທະວີຮ່ວມມື ບັນດາຄະດີທີ່ຍັງຄ້າງຄາ ເພື່ອພ້ອມກັນແກ້ໄຂໃຫ້ສຳເລັດໂດຍໄວ, ຊຶ່ງສອງຝ່າຍໄດ້ແລກປ່ຽນບົດຮຽນບາງຄະດີທີ່ຍັງແກ້ໄຂບໍ່ສໍາເລັດໃນໄລຍະຜ່ານມາ ເປັນຕົ້ນ: ກໍລະນີຄະດີນາງ ມົນຕາ (ຜູ້ຖືກຫາ) ທີ່ເຈົ້າໜ້າທີ່ໄທດຳເນີນຄະດີ ແລະ ມີຜູ້ຖືກເຄາະຮ້າຍທີ່ເປັນຄົນລາວຊື່ນາງ ກາບແກ້ວ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຈຸດປະສົງເພື່ອຂໍນາງ ກາບແກ້ວ ໄປໃຫ້ການຢູ່ສານປະເທດໄທ, ຄະດີຄູ່ຜົວເມຍ ທ້າວ ກິໂດ ກາລິກສະກີ ສັນຊາດເຢຍລະມັນ ແລະ ນາງ ວາລິນ ຟອງສັນເຖຍ (ໄທ) ທັງສອງໄດ້ແຕ່ງງານກັນມີລູກ 1 ຄົນ ຊື່ທ້າວ ອາເລັກ ຊັນເດີ ຕໍ່ມານາງ ວາລິນ ຟອງສັນເຖຍ ໄດ້ໄປອາເມລິກາເປັນເວລາ 5 ປີ ແລະ ກັບມາໄທເພື່ອທວງເອົາລູກຄືນ, ຄະດີທ້າວ ສົນທະຍາ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການຂູດຮີດແຮງງານລົງເຮືອປະມົງໄປໃຫ້ການ ແລະ ຄະດີທ້າວ ຕອມ ນາຍໜ້າຄົນລາວຢູ່ເມືອງເລົ່າງາມ ແຂວງສາລະວັນ, ໄດ້ພາເດັກນ້ອຍຈຳນວນ 5 ຄົນໄປຂາຍໃຫ້ເຖົ້າແກ່ໄທຊື່ທ້າວ ສົມກຽດ ຢູ່ແຂວງປະຈວບ ແລະ ໄດ້ບັງຄັບເດັກນ້ອຍຈຳນວນດັ່ງກ່າວເຮັດວຽກຢູ່ສວນໝາກນັດເປັນເວລາ 6 ເດືອນ ແລະ ຄະດີອື່ນໆ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...