Homeຂ່າວເຫດການປີ 2016 ມີພາຫະນະຂຶ້ນທະບຽນເກືອບ 70 ພັນຄັນ

ປີ 2016 ມີພາຫະນະຂຶ້ນທະບຽນເກືອບ 70 ພັນຄັນ

Published on

ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການພັດທະນາ ແລະ ເສດຖະກິດ-ສັງຄົມ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່ເນື່ອງ ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການເປັນ​ຢູ່​ຂອງ​ຄົນ ​ໃນ​ຕົວ​ເມືອງ​ນະຄອນ​ຫຼວງ​ວຽງ​ຈັນ​ ນັບ​ມື້​ດີ​ຂຶ້ນ​ໄປຄຽງ​ຄູ່​ກັບ​ການ​ດຳລົງ​ຊີວິດ ສິ່ງທີ່​ຂາດ​ບໍ່​ໄດ້​ກໍ່​ແມ່ນ​ພາຫະນະ​ຮັບໃຊ້​, ທຸກ​ຄົນ​ແມ່ນ​ມີ​ຄວາມ​ໄຝ່​ຝັນຕ້ອງການ​ໃຫ້​ມີ​ພາຫະນະ ເປັນຕົ້ນ​ແມ່ນລົດ​ຮັບ​ໃຊ້​ພາຍ​ໃນ​ຄອບຄົວ ແລະ ສຳນັກງານ​ອົງການທັງ​ພາກ​ລັດ ແລະ ເອກະ​ຊົນ ເພື່ອສະດວກ​ໃນ​ການ​ໄປມາຫາສູ່ ແລະ ຂົນສົ່ງ​ສິນຄ້າ ຈຶ່ງ​ເຮັດ​ໃຫ້ຈຳນວນ​ລົດ​ຢູ່​ຕົວ​ເມືອງ​ວຽງ​ຈັນແຕ່​ລະ​ປີ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ມັນ​ສະແດງ​ໃຫ້​ເຫັນ​ຈຳນວນພາຫະນະ​ທີ່​ໄປ​ຂຶ້ນ​ທະບຽນ​ຢູ່​ກອງຄຸ້ມ​ຄອງ​ພາຫະນະ ແລະການຂັບ​ຂີ່ ພະ​ແນກ​ໂຍທາ​ທິ​ການ ແລະຂົນສົ່ງ ນະຄອນຫຼວງ​ວຽງຈັນ ປີ 2016 ເກືອບ 70 ພັນ​ຄັນ.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຫົວໜ້າ​ກອງ​ຄຸ້ມ​ຄອງ​ພາຫະນະ ແລະການ​ຂັບ​ຂີ່ (​ກຄພຂ) ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ໃຫ້​ຮູ້​ວ່າ: ຈຳນວນ​ພາຫະນະ​ທີ່​ມາ​ຂຶ້ນ​ທະບຽນ​ຢູ່ ​ກຄພຂ ນວ ບໍ່​ນັບ​ພາຫະນະ​ກຳລັງ ​ປກຊ-​ປກສ ແຕ່​ລະ​ປີເປັນ​ຈຳນວນ​ຫຼວງຫຼາຍ ສະເລ່ຍໃສ່​ພົນລະເມືອງ ນວ ເກືອບ​ຜູ້​ລະຄັນ. ດັ່ງນັ້ນ ຈຶ່ງ​ເຮັດ​ໃຫ້​ເກີດ​ມີ​ສະພາບ​ການ​ສັນຈອນ​ແອ​ອັດ ເຊິ່ງມັນ​ສະແດງ​ໃຫ້​ເຫັນ​ຈຳນວນ​ພາຫະ​ນະ​ໃໝ່​ ບໍ່​ລວມ​ພາຫະນະ​ທີ່ປ່ຽນ​ໂອນ​ໄດ້​ມາ​ຂຶ້ນ​ທະບຽນຢູ່ ​ກຄພຂ ໃນ​ປີ 2016 ມີ​ຈຳນວນ 69.102 ຄັນ ທຽບໃສ່​ປີ 2015 ເພີ່ມ​ຂຶ້ນ 943 ຄັນ ໃນ​ນັ້ນ ລົດຈັກ 44.269 ຄັນ ລົດ​ເກງ 5.902 ຄັນ ລົດ​ກະບະ 12.339 ຄັນ ລົດຕູ້ 967 ຄັນ ລົດ​ບັນທຸກ 2.589 ຄັນ ແລະ ລົດ​ໂດຍສານ 183 ຄັນ

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...