Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ແມ່ຍິງຄວນກິນ ຊ່ວງເປັນປະຈຳເດືອນ

ອາຫານທີ່ແມ່ຍິງຄວນກິນ ຊ່ວງເປັນປະຈຳເດືອນ

Published on

ຜູ້ຍິງປະມານ 80% ຈະມິອາການກ່ອນມີປະຈຳເດືອນເຊັ່ນ: ເມື່ອຍກ້າມເນື້ອ, ທ້ອງອືດ, ບາງຄົນອາດເຈັບທ້ອງ, ເກີດອາການຄຽດ, ນອນບໍ່ຫຼັບ, ອາຫານກໍມີສ່ວນຊ່ວຍບັນເທົາອາການເຫຼົ່ານີ້ໄດ້ ໂດຍຫົວໃຈສຳຄັນໃນການກິນຄື ເລືອກກິນອາຫານທີ່ຍ່ອຍງ່າຍ, ຜັກ, ໝາກໄມ້, ປາ, ເລືອກກິນຊີ້ນສັດໃຫ້ໜ້ອຍລົງ, ຫຼຸດອາການທີ່ມີລົດຊາດເຜັດ ຫຼືເຄັມເກີນໄປ ຈະຊ່ວຍຫຼຸດອາການທ້ອງອືດໄດ້, ປະເພດຖົ່ວທຸກຊະນິດ ກໍມີສານອາຫານທີ່ຄົບຖ້ວນ ແລະມີຄຸນສົມບັດກະຕຸ້ນໃຫ້ຮ່າງກາຍຫຼັ່ງສານຄາຍຄວາມຄຽດອອກມາ.

ສຳລັບປະເພດເຄື່ອງດື່ມ ຄວນເລືອກກິນນໍ້າດື່ມ, ນໍ້າໝາກໄມ້, ແຕ່ຄວນຢຸດກິນຊາ, ກາເຟກ່ອນ ເພາະ ຄາເຟອິນ ແລະແທນນິນ ທີ່ມີຢູ່ໃນຊາກາເຟ ຈະເຮັດໃຫ້ນອນບໍ່ຫຼັບທ້ອງຜູກ ສົ່ງຜົນໃຫ້ເກີດຄວາມຄຽດໄດ້

ການເລືອກກິນອາຫານໃນຊ່ວງເປັນປະຈຳເດືອນນີ້ ຄວນຈື່ໄວ້ວ່າ ຄວນເລືອກກິນອາຫານທີ່ຍ່ອຍງ່າຍ ຈະຊ່ວຍຄາຍຄວາມຕຶງຄຽດ ແຕ່ຖ້າບໍ່ໄດ້ຜົນ ຍັງມີອາການເຈັບທ້ອງ ຫຼືມີອາການຮຸນແຮງຂຶ້ນ ຄວນປຶກສາແພດ ເພາະອາດມີສາເຫດມາຈາກພະຍາດອື່ນໆ ທາງແພດຈະໄດ້ແນະນຳໃຫ້ເໝາະສົມ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...