spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບປະທານກິດຕິມະສັກ ຂອງອົງການເອດສໂອເອດສ

ນາຍົກລັດຖະມົນຕີ ຕ້ອນຮັບປະທານກິດຕິມະສັກ ຂອງອົງການເອດສໂອເອດສ

Published on

ໃນ​ວັນ​ທີ 3 ກຸ​ມພາ 2017 ຜ່ານມານີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ໃຫ້ກຽ​ດຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ ຂອງ ທ່ານ ເຮວມັດ ກູຕິນ (Helmut KUTIN ) ປະທານກິດຕິມະສັກຂອງອົງການ ເອດສໂອເອດສ ສາກົນ ພ້ອມດ້ວຍຄະນະ ໃນ​ໂອກາດ​ເດີນທາງມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ. ​​

ໃນ​ໂອກາດ​ດັ່ງກ່າວ, ທ່ານ ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນ​ດີ ​ຕ້ອນຮັບ ແລະ ຕີລາຄາ​ສູງ​ ຕໍ່ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ຂອງ ທ່ານ Helmut KUTIN ພ້ອມ​ດ້ວຍ​ຄະນະ​ ​ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າ ໃນການເພີ່ມທະວີສາຍພົວພັນການຮ່ວມມື ເພື່ອພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

ທ່ານ Helmut KUTIN ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ ທ່ານ​ນາຍົກລັດຖະມົນຕີ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ຕ້ອນຮັບ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ຈຸດປະສົງ ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ ຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານ​ນາຍົກລັດຖະມົນ​ຕີ​ຊາບ

ຂ່າວ: ​ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...