spot_img
Homeຂ່າວຕ່າງປະເທດເກີດເຫດ ຕຶກເກົ່າ 5 ຊັ້ນ 3 ຫຼັງຢູ່ຈີນຖະຫຼົ່ມ ມີຜູ້ເສຍຊີວິດແລ້ວ 5 ຄົນ

ເກີດເຫດ ຕຶກເກົ່າ 5 ຊັ້ນ 3 ຫຼັງຢູ່ຈີນຖະຫຼົ່ມ ມີຜູ້ເສຍຊີວິດແລ້ວ 5 ຄົນ

Published on

ສຳນັກຂ່າວໄຊນ່າ ນິວສ ຂອງຈີນລາຍງານ ເມື່ອວັນທີ 2 ກຸມພາ 2017 ຜ່ານມາວ່າ ເວລາປະມານ 08:00 ໂມງ ຕາມເວລາທ້ອງຖິ່ນຢູ່ຈີນ ເກີດເຫດອາຄານບ່ອນພັກອາໄສສູງ 5 ຊັ້ນ ຈຳນວນ 3 ຫຼັງຢູ່ຊຸມຊົນໄປ່ຈ້າງຈີ ເມືອງເວິນເຈິງ ທາງພາກຕາເວັນອອກຂອງຈີນ ໄດ້ຖະຫຼົ່ມລົງມາ ເຊິ່ງທາງການໄດ້ສົ່ງກຳລັງເຈົ້າໜ້າທີ່ກູ້ໄພ ເຂົ້າໄປຊ່ວຍເຫຼືອຢ່າງເລັ່ງດ່ວນ ເຊິ່ງຕໍ່ມາເຈົ້າໜ້າທີ່ສາມາດຊ່ວຍຊີວິດຜູ້ປະສົບເຫດອອກມາໄດ້ປອດໄພ 5 ຄົນ ແລະມີຜູ້ເສຍຊີວິດແລ້ວ 5 ຄົນ

ສື່ທ້ອງຖິ່ນເມືອງເວິນໂຈວລາຍງານຕື່ມວ່າ ມີການສົ່ງເຈົ້າໜ້າທີ່ເຂົ້າໄປຊ່ວຍເຫຼືອໃນເຫດການຄັ້ງນີ້ແລ້ວ ຢ່າງໜ້ອຍ 400 ຄົນ ລວມເຖິງລົດໂຮງໝໍອີກ 6 ຄັນ ແລະເຈົ້າໜ້າທີ່ທາງການແພດ 13 ຄົນ ທີ່ເຂົ້າໄປໃນທີ່ເກີດເຫດ

ນອກຈາກນີ້ ຍັງການຈັດເຄື່ອງມືໜັກ ເພື່ອຂຸດເຈາະ ແລະເຄື່ອນຍ້າຍຊາກຫັກພັງຂະໜາດໃຫຍ່ນັ້ນ ເພື່ອຊ່ວຍເຫລືອຜູ້ທີ່ຕິດຢູ່ກ້ອງຊາກອາຄານ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...