Homeຂ່າວເຫດການລັດ ອະນຸຍາດໃຫ້ເອກະຊົນສຶກສາ ເຂື່ອນໄຟຟ້ານ້ຳຕົກເຊບັ້ງຫຽງ 1

ລັດ ອະນຸຍາດໃຫ້ເອກະຊົນສຶກສາ ເຂື່ອນໄຟຟ້ານ້ຳຕົກເຊບັ້ງຫຽງ 1

Published on

 ລັດຖະບານ​ແຫ່ງ ສປປ ລາວ​ໄດ້​ຕົກລົງ​ອະນຸຍາດໃຫ້​ບໍລິສັດ Power Holding Public co.ltd ຫລື TPC ຈາກປະ​ເທດ​​​ໄທ ເຂົ້າ​ມາ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ເຊ​ບັ້ງ​ຫຽງ 1 ຢູ່​ແຂວງ​ສະຫວັນ​ນະ​ເຂດ​ເປັນ​ເວລາ 18 ​ເດືອນ ​ພາຍຫລັງ​ສໍາ​ຫລວດ​ແລ້ວ​ຈຶ່ງ​ຈະ​ເລີ່​ມລົງມື​ກໍ່ສ້າງ,  ເຊິ່ງ​ໂຄງການ​ດັ່ງ​ກ່າວ ຈະ​ເປັນ​ລັກສະນະ​ແບບ​ຝາຍ​ນ້ຳ​ລົ້ນ, ​ຄາດ​ວ່າ​ກໍາລັງ​ການ​ຕິດ​ຕັ້ງປະມານ 30-50 MW ມູນ​ຄ່າ​ການ​ລົງທຶນປະມານ 3 ຕື້​ບາດ​ ​ແລະ ຈະ​​ເລີ່​ມລົງ​ສໍາ​ຫລວດ​ປະມານ ທ້າຍ​ເດືອນ​ກຸມພາ 2017 ນີ້.

ພິທີ​​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໂຄງການ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກຸມພາ 2017 ນີ້​ຢູ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ລະຫວ່າງ ທ່ານຄໍາ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທ່ານ ນາງ ກະ​ນົກ​ທິບ ຈັນ​ພະລັງສີ ປະທານ​ກໍາມະການ​ບໍລິຫານ​ບໍລິສັດ Power Holding Public co.ltd ມີທ່ານ ສິນາວາ ສຸພາ​ນຸວົງ ຮອງ​ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກການ​ກ່ຽວຂ້ອງ ​ຈາກ​ແຂວງ​ສະຫວັວນນະ​ເຂດ ພ້ອມ​ດ້ວຍພະນັກງານ​ທີ່​ກ່ຽວຂ້ອງ ​ທັງ​ສອງ​ຝ່າຍ​ເຂົ້າ​​​ຮ່ວມເປັນ​ສັກຂີ​ພິຍານ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...