spot_img
Homeຂ່າວເຫດການພິທີເປີດງານມະຫາກຳກິລາ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຢ່າງເປັນທາງການ ທີ່ແຂວງບໍລິຄຳໄຊ

ພິທີເປີດງານມະຫາກຳກິລາ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຢ່າງເປັນທາງການ ທີ່ແຂວງບໍລິຄຳໄຊ

Published on

​ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຫຼື “ນົກກົກຄຳ ເກມ 2017” ທີ່ ແຂວງບໍລິຄຳໄຊ ເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ໃນຕອນແລງຂອງວັນທີ 1 ກຸມພາ 2017 ຜ່ານມາ ທີ່ສະໜາມກິລາໂຮງຮຽນມັດທະຍົມສົມບູນ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດກ່າວເປີດງານຂອງພະນະທ່ານ ທອງລຸນ ສີລຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳພັກ-ລັດຂັ້ນສູນກາງ, ລັດຖະມົນຕີ, ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຮັບຜິດຊອບຈັດງານ, ຄະນະນໍານັກກິລາ, ນັກກິລາທົ່ວປະເທດ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ 5 ພັນກວ່າຄົນເຂົ້າຮ່ວມ.

ກິລາາາາາ

ກິລາາ
ໃນພິທີດັ່ງກ່າວ, ໄດ້ມີຈັດການສະແດງສິລະປະ-ວັດທະນະທຳ ພ້ອມແສງ-ສີ-ສຽງ ຢ່າງອະລັງການບໍ່ໜ້ອຍໜ້າກວ່າ ງານມະຫາກຳກິລາແຫ່ງຊາດ ໂດຍເລີ່ມຈາກຂະບວນສວນສະໜາມກ້ອນກຳລັງຂອງນັກກິລາແຕ່ລະແຂວງ ກ່ອນທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເຈົ້າແຂວງບໍລິຄຳໄຊ ປະທານຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ໄດ້ກ່າວຕ້ອນຮັບແຂກບ້ານແຂກເມືອງ ແລະ ລາຍງານການກະກຽມຈັດການແຂ່ງຂັນ.

ກິລາາາາ
ນອກຈາກນີ້, ກໍ່ໄດ້ມີການສະແດງ ສິລະປະ-ວັດທະນະທໍາ 4 ລາຍການ ຄື: ລາຍການທີ 1 ບົດຟ້ອນ “ບໍລິຄຳໄຊ ຍິນດີຕ້ອນຮັບ” ສະແດງໂດຍນ້ອງນັກຮຽນ ຈຳນວນ 210 ນ້ອງຈາກໂຮງຮຽນ ມສ ປາກງຽບ; ລາຍການທີ 2 ແມ່ນ ຫັດກາຍປະກອບສຽງເພງ “ບໍລິຄຳໄຊ ເຍົາວະຊົນຍຸກໃໝ່ໃສ່ໃຈການຫຼິ້ນກິລາ ເພື່ອຄວາມສາມັກຄີ” ນຳສະແດງໂດຍນ້ອງນັກຮຽນ ຈຳນວນ 210 ຄົນ ຈາກໂຮງຮຽນ ມຕ ໂພສີ; ລາຍການທີ 3 ແມ່ນບົດຟ້ອນ “ແພລາວເຜົ່າເມີ້ຍ” ທີ່ສະແດງເຖິງສິລະປະ-ວັດທະນະທຳຂອງແຂວງ, ວິຖີຊີວິດ, ຄວາມດຸໝັ່ນຂະຫຍັນໝັ່ນພຽນຂອງຊາວເຜົ່າເມີ້ຍ ແລະ ເຜົ່າມົ້ງ ທີ່ສະແດງໂດຍນ້ອງນັກຮຽນ ຈຳນວນ 210 ຄົນ ຈາກໂຮງຮຽນ ມປ ປາກຊັນ, ລາຍການທີ 4 ແມ່ນບົດຟ້ອນ “ກິລາຄືພະລັງຂອງການສຶກສາ” ທີ່ສະແດງເຖິງການຫຼິ້ນກິລາ, ການອອກກຳລັງກາຍ ແລະ ການເຄື່ອນໄຫວຮ່າງກາຍ ເຊິ່ງເປັນ 1 ໃນ 5 ຫຼັກມູນຂອງການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ນຳສະແດງໂດຍນ້ອງນັກຮຽນ ຈຳນວນ 630 ຄົນ ຈາກໂຮງຮຽນ ມສ ປາກງຽບ, ມສ ໂພສີ ແລະ ມສ ປາກຊັນ.
ໂອກາດດັ່ງກ່າວ, ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ສະແດງຄວາມຊົມເຊີຍ ກະຊວງສຶກສາທິການ ແລະ ກິລາ ແລະ ແຂວງບໍລິຄຳໄຊ ທີ່ໄດ້ມີຄວາມບຸກບືນ ຜ່ານຜ່າຄວາມຫຍຸ່ງຍາກ ສຸມສະຕິປັນຍາເຫື່ອແຮງ ແລະ ກະກຽມທຸກເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ ຈົນເຮັດໃຫ້ງານແຂ່ງຂັນໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ຄຶກຄືນມ່ວນຊື່ນ ໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມເບີກບານມວນຊື່ນ ຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ນອກຈາກນັ້ນ, ຍັງເຮັດໃຫ້ຄົນຮຸ່ນໃໝ່ມີການພັດທະນາທາງດ້ານຮ່າງກາຍ ແລະ ສະຕິປັນຍາ, ເຝິກໃຫ້ນັກຮຽນມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມສາມັກຄີ-ມິດຕະພາບ ແລະ ມີສຸຂະພາບແຂງແຮງ, ນຳໃຊ້ເວລາຫວ່າງໃຫ້ມີປະໂຫຍດ ຫ່າງໄກຈາກສິ່ງເສບຕິດ -ອະບາຍຍະມຸກຕ່າງໆ ແລະ ທີ່ສຳຄັນແມ່ນການສ້າງພື້ນຖານໃຫ້ແກ່ນັກກິລາວເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ. ຫຼັງຈາກນັ້ນ, ພະນະທ່ານນາຍົກລັດຖໂະມົນຕີ ກໍ່ໄດ້ກ່າວປາໄສ ແລະ ລັ່ນຄ້ອງ 9 ບາດ ເປີດງານຢ່າງເປັນທາງການ.

ກິລາາາ
ສຳລັບງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ຫຼື “ນົກກົກຄຳ ເກມ 2017” ຈະທຳການແຂ່ງຂັນກັນ 12 ປະເພດກິລາ ຄື: ກິລາແລ່ນ-ລານ, ເຕະບານ, ບານບ້ວງ, ບານສົ່ງ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກຂ່າງ, ໜ້າເກັກ, ເທຄວັນໂດ ແລະ ກິລາໝາກເສິກ. ໂດຍມີການຊີງໄຊກັນທັງໝົດ 126 ຫຼຽນຄຳ, 126 ຫຼຽນເງິນ ແລະ 176 ຫຼຽນທອງ, ມີຄະນະນຳ, ຄູເຝິກແລະ ນັກກິລາ ເຂົ້າຮ່ວມແຂ່ງຂັນ 3 ພັນກວ່າຄົນ ແລະ ຈະທຳການແຂ່ງຂັນກັນຮອດວັນທີ 9 ກຸມພາ 2017, ເຊິ່ງໃຊ້ງົບປະມານ 18 ຕື້ກວ່າກີບ.

ຂ່າວ: ເກາະຕິດ “ນົກກົກຄຳ ເກມ 2017”

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...