Homeຂ່າວເຫດການຮອງນາຍົກ ຕ້ອນຮັບຄະນະຜູ້ແທນເຢຍລະມັນ

ຮອງນາຍົກ ຕ້ອນຮັບຄະນະຜູ້ແທນເຢຍລະມັນ

Published on

ໃນວັນທີ 1 ກຸມພາ 2017 ຜ່ານມານີ້, ທ່ານ ບຸນ​ທອງ ຈິດ​ມະນີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ດັກມາ ເຈເວີກ ປະທານກໍາມາທິການ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາລັດ ແຫ່ງສະພາເຢຍລະມັນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 31 ມັງກອນ ຫາ 2 ກຸມພາ 2017.

​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ທອງ ຈິດ​ມະນີ ໄດ້ສະແດງຄວາມຍິນ​ດີ​ຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນ ທາງມາຢ້ຽມຢາມ ຂອງທ່ານນາງ ດັກມາ ເຈ ເວີກ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃນການ​ເສີມ​ຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສ​ອງປະ​ເທດ ລາວ-ເຢຍລະມັນ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງໆ​ຂຶ້ນ​ໃນ​ອະນາຄົດ.

ພ້ອມນັ້ນ ທ່ານນາງ ດັກມາ ເຈເວີກ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນ​ທອງ ຈິດ​ມະນີ ທີ່ໄດ້ສະຫລະເວລາອັນ​ມີຄ່າ ຕ້ອນຮັບ​ຄັ້ງນີ້ ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ​ ຮອງ​ນາຍົກລັດຖະມົນຕີຊາບ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...