spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ໄທ ຈັບສອງຄະດີ ທີ່ກ່ຽວຂ້ອງກັບເຄືອຂ່າຍຢາເສບຕິດ "ໄຊຊະນະ" ໄດ້ເພີ່ມ

ເຈົ້າໜ້າທີ່ໄທ ຈັບສອງຄະດີ ທີ່ກ່ຽວຂ້ອງກັບເຄືອຂ່າຍຢາເສບຕິດ “ໄຊຊະນະ” ໄດ້ເພີ່ມ

Published on

ອີງຕາມລາຍງານຂ່າວຈາກ ເວັບໄຊ ຂ່າວສົດ ເມື່ອເວລາປະມານ 10:30 ນາທີ ຂອງວັນທີ 1 ກຸມພາ 2017 ວ່າ ທີ່ກອງບັນຊາການຕຳຫຼວດປາບປາມຢາເສບຕິດຂອງປະເທດໄທ ໄດ້ລາຍງານ ການຈັບກຸມ ກຸ່ມຂະບວນຄ້າຢາເສບຕິດ 2 ຄະດີໃຫຍ່ ທີ່ມີ ມູນຄ່າສູງເຖິງ 406,530,120 ບາດ

20179

ຄະດີທີ 1​ ກວດພົບ ໃນວັນທີ 26 ມັງກອນ 2017 ຢູ່ທີເຂດ ອຳເພີຫາດໃຫຍ່, ຈັງຫວັດ ສົງຂາ ປະເທດໄທ. ໄດ້ແຕ່ຂອງກາງ ແຕ່ຜູ່ຕ້ອງຫາລົບໜີໄປໄດ້.  ຮູ້ຊື່ແມ່ນ ທ້າວ ໂທ ບີ ຊຽງ ຄົນປະເທດມາເລເຊຍ. ຂອງກາງທີ່ຢຶດໄດ້ປະກອບມີ:
1. ຢາເສບຕິດໃຫ້ໂທດປະເພດ 1 (ຢາໄອຊ໌), ບັນຈຸໃນຖົງຢາງໃສ ມີນ້ຳໜັກຖົງລະ 1 ກິໂລກຣາມ ຈຳນວນ 87 ຖົງ, ລວມນ້ຳໜັກທັງໝົດ 87 ກິໂລກຣາມ.
2. ຢາເສບຕິດໃຫ້ໂທດປະເພດ 5 (ກັນຊາແຫ້ງອັດແທ່ງ) ນ້ຳໜັກລວມສິ່ງຫໍ່ຫຸ້ມປະມານ 24.10 ກຣາມ
3. ລົດຍົນຢີ່ຫໍເ ໂຕໂຢຕາ ລຸ້ນ ແຄມຣີ່ ສີປອນທອງ 1 ຄັນ

ຄະດີທີ 2 ແມ່ນຈັບໄດ້ໃນວັນທີ 29 ມັງກອນ 2017 ທີ່ ອຳເພີ ພົບພຣະ, ຈັງຫວັດ ຕາກ ປະເທດໄທ. ຈັບກຸມໄດ້ 3 ຄົນຄື: ນາງ ນົກວິກາ ຢ່າງສີລີ ອາຍຸ 38 ປີ, ທ້າວ ໄພເສີດ ແຊຢ່າງ ອາຍຸ 40 ປີ ແລະ ນາງ ມ່າງ ຢ່າງສີລິ ອາຍຸ 38 ປີ. ໂດຍຄະດີນີ້ ຍຶດໄດ້ຢາບ້າ 720,000 ເມັດ, ລົດກະບະຢີ່ຫໍ້ ໂຕໂຢຕ້າ ລຸ້ນວິໂກ້ ສີນ້ຳຕານ 1 ຄັນ ແລະ ໂທລະສັບມືຖື 3 ເຄື່ອງ

2-11

ສຳລັບເຄື່ອຂ່າຍຂອງ ທ້າວ ໄຊຊະນະ ຈາກແນວທາງການສືບສວນພົບວ່າ ມີເຄື່ອຂ່າຍກະຈາຍຢູ່ທົ່ວປະເທດຫຼາຍກວ່າ 100 ເຄືອຂ່າຍ ໂດຍບາງກຸ່ມຫັນມາຜະລິດຢາເອງ, ຈາກການສືບສວນ ຜູ່ຕ້ອງຫາ ໄດ້ບອກເຖິງ ບຸກຄົນທີ່ຢູ່ເບື້ອງຫຼັງ ທີ່ມີທັງຄົນດັງໃນວົງການບັນເທີງ, ກຸ່ມຄົນໄຮໂຊ ທີ່ມີສ່ວນກ່ຽວຂ້ອງໃນການ ເບິ່ງແຍງຊັບສິນຂອງເຄືອຂ່າຍ ໄຊຊະນະ. ເຊິ່ງຊັບສິນທັງໝົດ ສືບຮູ້ວ່າ ມີຢູ່ໃນເຂດ ກຸງເທບມະຫານະຄອນ.

 

ແຫລ່ງຂ່າວຈາກ: www.khaosod.co.th
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...