Homeຂ່າວເຫດການເຂດເສດຖະກິດພິເສດ ແລະ ສະເພາະມີສ່ວນສຳຄັນໃນການດຶງດູດການລົງທຶນ

ເຂດເສດຖະກິດພິເສດ ແລະ ສະເພາະມີສ່ວນສຳຄັນໃນການດຶງດູດການລົງທຶນ

Published on

ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ເຂດເສດຖະກິດພິເສດ ແລະ ສະເພາະມີສ່ວນສຳຄັນໃນການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດຊຶ່ງປີ 2016 ຜ່ານມາທົ່ວປະເທດມີເຂດເສດຖະກິດພິເສດ 2 ແຫ່ງ ແລະ ສະເພາະ 8 ແຫ່ງ, ມີເນື້ອທີ່ປະ ມານ 13 ພັນກວ່າເຮັກຕາ, ສາມາດດຶງດູດການລົງທຶນຕາມສັນຍາໄດ້ຫຼາຍກວ່າ 4,7 ຕື້ ໂດລາສະຫາລັດ, ໃນນັ້ນມີການລົງທຶນຕົວຈິງແລ້ວຫຼາຍກວ່າໜຶ່ງຕື້ໂດລາສະຫາລັດ, ຊຶ່ງມີນັກທຸລະກິດມາຈົດທະບຽນລົດທຶນປະມານ 158 ບໍລິສັດ, ພົ້ນເດັ່ນແມ່ນເຂດເສດຖະກິດພິເສດສະຫວັນນະເຂດ-ເຊໄນ ໄດ້ມີບໍລິສັດທີ່ມີຊີ່ສຽງລະດັບສາກົນມາລົງທຶນຄື: ບໍລິສັດ ນິກອນ ຜະລິດກ້ອງຖ່າຍຮູບ, ບໍລິສັດໂຕໂຍຕ້າ ປະກອບສິ້ນສ່ວນອາໄຫຼ່ລົດ, ບໍລິສັດເອສຊິລໍ ຜະລິດເລນແວ່ນຕາ, ບໍລິສັດແອໂຣເວີກຜະລິດສິ້ນສ່ວນປະກອບເຮືອບິນ ແລະ ອື່ນໆ, ສ່ວນເຂດເສດຖະກິດພິເສດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງກໍມີບໍລິສັດ ມິຊຸບີຊີ, ບໍລິສັດມາສຄອດ, ບໍລິສັດໄຕອິຈິເດັນຊຶຊຶ່ງສາມາດຜະລິດ ແລະ ສົ່ງອອກຕ່າງປະເທດແລ້ວ, ສຳລັບເຂດເສດຖະກິດພິເສດສາມຫລ່ຽມທີ່ດຳເນີນກິດຈະການດ້ານການຄ້າ, ການລໍລິການທ່ອງທ່ຽວວັດທະນະທຳອາຊຽນ-ຈີນ, ຜູ້ພັດທະນາໄດ້ລົງທຶນໃສ່ການກໍ່ສ້າງພື້ນ ຖານໂຄງລ່າງເພື່ອຮອງຮັບການລົງທຶນ ແລະ ການດຳເນີນກິດຈະການຂອງຕົນ, ສ່ວນເຂດເສດຖະກິດສະເພາະອື່ນໆ, ກໍມີການພັດທະນາ ແລະ ລົງທຶນພົ້ນເດັ່ນຫຼາຍຂຶ້ນເປັນລຳດັບ, ອັນໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນຢູ່ໃນທ້ອງຖິ່ນຈຳນວນຫຼາຍພັນຄົນ, ປະກອບສ່ວນເຂົ້າໃນການປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ສ້າງຖານເກັບລາຍຮັບທີ່ຍືນຍົງເຂົ້າງົບປະມານຫຼາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...