spot_img
Homeຂ່າວເຫດການລຸກຊໍາບວກ ຊ່ວຍລາວຕ້ານສໍ້ລາດບັງຫລວງ

ລຸກຊໍາບວກ ຊ່ວຍລາວຕ້ານສໍ້ລາດບັງຫລວງ

Published on

ພິທີລົງນາມສະໜັບສະໜູນທຶນ ເພື່ອເຝິກອົບຮົມໃຫ້ພະນັກງານກວດກາ ແລະ ພິມປຶ້ມກົດໝາຍ ຂອງອົງການກວດກາລັດຖະບານແຫ່ງ ສປປ ລາວ ລວມມີມູນຄ່າ 15 ພັນເອີໂຣລະຫວ່າງທ່ານ ໂຄຼດ ເຢີນເຊັນ ອຸປະທູດລຸກຊຳບວກປະຈຳ ລາວ ແລະ ທ່ານ ທຸມມີ ທຳມະວົງ ຫົວໜ້າຫ້ອງການອົງການກວດກາລັດຖະບານ, ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2017ຜ່ານມານີ້, ໂດຍມີທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຂະນະທີ່ທ່ານຫົວໜ້າ ຫ້ອງການອົງການກວດກາລັດຖະບານ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອດັ່ງກ່າວວ່າ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດວຽກງານ ກວດກາໃຫ້ມີປະສິດທິພາບ, ໂດຍສະເພາະນໍາໃຊ້ເຂົ້າໃນການເຝິກອົບຮົມ ພະນັກງານກວດກາ ໃຫ້ມີຄວາມຮູ້ຄວາມສາມາດ ດ້ານວຽກງານວິຊາສະເພາະສູງຂຶ້ນ ແລະ ຈັດພິມປຶ້ມກົດໝາຍເພື່ອເປັນບ່ອນອິງ ແລະ ເຄື່ອງມືໃນການເຄື່ອນໄຫວວຽກງານ ໃຫ້ມີປະສິດທິຜົນ ເປັນຕົ້ນ: ກວດກາການສໍ້ລາດບັງຫລວງ ໃຫ້ມີຄວາມໂປ່ງໃສ, ລະອຽດ, ຊັດເຈນ ແລະ ຖືກຕ້ອງຕາມລະບຽບກົດໝາຍ

ຂ່າວ:​ ໜັງສືພິມ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...