Homeຂ່າວເຫດການເດືອນກຸມພານີ້ ນະຄອນຫຼວງຈະຂຶ້ນລາຄາຄ່າເຂົ້າຊົມ ພິພິທະພັນບູຮານສະຖານ 3 ແຫ່ງ

ເດືອນກຸມພານີ້ ນະຄອນຫຼວງຈະຂຶ້ນລາຄາຄ່າເຂົ້າຊົມ ພິພິທະພັນບູຮານສະຖານ 3 ແຫ່ງ

Published on

ທ່ານ ນາງ ຄຳເປື່ອງ ວົງຈັນດີ ຮອງອຳນວຍການຫໍພິພິທະພັນບູຮານສະຖານນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເລີ່ມແຕ່ເດືອນກຸມພານີ້ ເປັນຕົ້ນໄປ ພິພິທະພັນບູຮານສະຖານ 3 ແຫ່ງຂອງນະຄອນ ຫຼວງວຽງຈັນຄື: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຈະປັບຂຶ້ນລາຄາຄ່າເຂົ້າຊົມຄື: ຈາກ 2 ພັນກີບເປັນ 3 ພັນກີບ ສຳລັບຄົນລາວ ແລະ ຈາກ 5 ພັນກີບເປັນ 10 ພັນກີບ ສຳລັບນັກທ່ອງທ່ຽວຕ່າງປະເທດ ແລະ ຂະຫຍາຍເວລາເຂົ້າອອກ ເປັນ 8:00 -18:00 ໂມງ, ເນື່ອງຈາກວ່າລາຄາເຂົ້າຊົມສະຖານທີ່ ທ່ອງທ່ຽວພາຍໃນ ປະເທດເຮົາເມື່ອທຽບໃສ່ກັບປະເທດອື່ນໆແລ້ວ ແມ່ນຍັງເຫັນວ່າຖືກກວ່າຫຼາຍ, ທັງນີ້ກໍເປັນການສ້າງລາຍຮັບ ໃຫ້ຂະແໜງທ່ອງທ່ຽວເພີ່ມຂຶ້ນ.

ຮອງອຳນວຍການພິພິທະພັນບູຮານສະຖານ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສຳລັບບັນຍາກາດການທ່ອງທ່ຽວເດືອນທຳອີດຂອງປີ 2017 ມີຄວາມຄຶກຄື້ນຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານ ດັ່ງກ່າວແລ້ວຫຼາຍກວ່າ 69 ພັນຄົນ, ໃນນັ້ນນັກທ່ອງທ່ຽວຈາກຕ່າງປະເທດ ຫຼາຍກວ່າ 66 ພັນຄົນ, ສ່ວນຫຼາຍແມ່ນມາຈາກ ສ.ເກົາຫຼີ, ໄທ, ຫວຽດນາມ ແລະ ເອີຣົບ, ສາມາດສ້າງລາຍຮັບໄດ້ເປັນຢ່າງດີ, ທັງນີ້ກໍເປັນຍ້ອນການໂຄສະນາ ແລະ ການຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ, ເຖິງຢ່າງໃດກໍດີຄາດວ່ານັກທ່ອງທ່ຽວ ຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ, ເນື່ອງຈາກພາກສ່ວນກ່ຽວຂ້ອງຈະສືບຕໍ່ ໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ, ພ້ອມທັງຈະມີປັບປຸງຂອດບໍລິການໃຫ້ວ່ອງໄວ  ແລະທັນສະໄໝກວ່າເກົ່າ.

ຂ່າວ:​ ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...