Homeຂ່າວເຫດການພິທີມອບໃບຢັ້ງຢືນ ໃຫ້ນັກບິນອາຊີບຮຸ່ນທຳອິດ

ພິທີມອບໃບຢັ້ງຢືນ ໃຫ້ນັກບິນອາຊີບຮຸ່ນທຳອິດ

Published on

ເນື່ອງ​ໃນ​ໂອກາດ​ການ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ລັດ​ວິ​ສາ​ຫະກິດ​ລາວ​ເດີນ​ອາກາດ ຄົບຮອບ 15 ປີ 24 ມັງກອນ 2017 ທີ່​ສະໂມ​ສອນ​ກອງພັນ​ໃຫຍ່ 703 ໃນໂອກາດ​ນີ້ ຍັງ​ໄດ້​ຈັດ​ພິທີ​ມອບ​ຮັບໃບ​ຢັ້ງຢືນໃຫ້​ແກ່​ນັກ​ບິນ ຈຳນວນ 6 ຄົນ ຍິງ 1 ຄົນ ທີ່​ສຳເລັດ​ການ​ຝຶກ​ອົບຮົມ​ເປັນ​ນັກ​ບິນສົມບູນ ​ຮຸ່ນ​ທີ 1 ທີ່​ສູນ​ຝຶກແອບນັກ​ບິນຂອງ​ສູນ​ຝຶກ​ການບິນ​ພົນລະ​ເຮືອນ ກົມ​ການບິນ​ພົນ​ລະເຮືອນ ​ສປປ ລາວ.

ໃຫ້​ກຽດ​ມອບ​ໃບຢັ້ງຢືນ​ໃຫ້ແກ່​ນັກ​ບິນ​ຮຸ່ນ​ທີ 1 ໂດຍ​ທ່ານ ວັນເພັງ ຈັນທະ​ພອນ ຫົວໜ້າ​ກົມການບິນ​ພົນ​ລະ​ເຮືອນ ແລະ ທ່ານ Gerald Bourgeois ຮອງ​ປະທານ​ອົງການ PACTEC ສາກົນ ຈາກ​ປະເທດ​ສະ​ວິດ ເຊິ່ງ​ໂຄງການ​ຝຶກ​ອົບຮົມນັກຮຽນ​ບິນ ຮຸ່ນທີ 1 ເລີ່ມ​ແຕ່​ເດືອນ​ພະຈິກ ປີ 2013 ພາຍຫຼັງ​ຜ່ານ​ການ​ຮຽນຈົບ​ຫຼັກສູດ​ກຽມ​ຄວາມ​ຮູ້​ພື້ນຖານການບິນ​ໄລຍະ 1 ປີ ບັນດາ​ອາຈານ​ສອນ​ໄດ້​ຄັດ​ເລືອກ​ເອົາ​ສິດການບິນ ​ຜູ້​ເຊິ່ງ​ມີ​ເງື່ອນໄຂ​ເຂົ້າຮຽນ​ນັກ​ບິນ​ຕາມ​ມາດຕະຖານຂອງ​ສາກົນ ມີ​ຈຳນວນ 6 ຄົນ ຍິງ 1 ຄົນ ການ​ຮຽນ​ນັກ​ບິນ​ໄລຍະ 2 ປີ ຮຽນ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ການບິນ​ຕົວ​ຈິງ ແລະ ມີ​ການ​ສອບເສັງ​ຜ່ານ​ໄດ້ຖືກຕ້ອງ​ຕາມ​ລະບຽບ​ຂໍ້​ກຳນົດຂອງ​ກົມ​ການບິນ​ພົນ​ລະ​ເຮືອນ ນັກ​ບິນ​ທັງ 6 ຄົນ ໄດ້​ຮັບ​ໃບ​ປະຕິບັດ​ໜ້າທີ່​ຈາກ​ກົມ​ການບິນ​ພົນ​ລະເຮືອນ PPL – CPL (Multi-Engine Rating License – IFR License).

ປັດຈຸບັນ​ນີ້ ສູນ​ຝຶກແອບ​ນັກ​ບິນ ກໍ່​ໄດ້​ຝຶກ​ອົບຮົມ​ໃຫ້​ໄວ​ໝຸ່ມ​ທັງ​ຍິງ-ຊາຍ ຈຳນວນ 4 ຄົນ ເພື່ອ​ທີ່​ຈະກ້າວ​ສູ່​ການ​ເປັນ​ນັກ​ບິນຂອງ​ລັດວິ​ສາ​ຫະ​ກິດ​ລາວ​ເດີນ​ອາກາດ ພ້ອມ​ດຽວ​ກັນ​ນີ້ ທາງ​ລັດ​ວິ​ສາຫະ​ກິດ​ລາວ​ເດີນ​ອາກາດ​ເອງ ກໍ່ກຽມ​ຄັດ​ເລືອກ​ເອົາ​ນັກຮຽນ​ເຂົ້າຝຶກ​ອົບຮົມ​ອີກ ຈຳນວນ 4 ຄົນ ເພື່ອ​ເຂົ້າ​ຝຶກ​ອົບຮົມ​ຫຼັກສູດ​ນັກ​ບິນ​ອາຊີບ ເຊິ່ງ​ການ​ສືບຕໍ່​ກໍ່ສ້າງ​ບຸກຄະລາ​ກອນ​ໃນ​ການ​ກ້າວ​ເຂົ້າ​ສູ່ຂົງເຂດ​ການບິນ​ອາ​ຊຽນ.

ນັບ​ວ່າ​ເປັນ​ຜົນສຳເລັດ​ທີ່​ສຳຄັນ​ ໃນ​ການ​ຮ່ວມ​ມືລະຫວ່າງກົມ​ການບິນ​ພົນ​ລະ​ເຮືອນ ສູນ​ຝຶກການບິນ ອົງການ PACTEC ໃນການ​ພັດທະນາ​ບຸກ​ຄະລາ​ກອນໃຫ້​ແກ່​ລັດ​ວິ​ສາ​ຫະ​ກິດ​ລາວ​ເດີນອາກາດ ໂດຍ​ສະເພາະ ນັກ​ບິນອາຊີບ ແລະ ຍັງ​ສະແດງ​ເຖິງການ​ເຕີບ​ໂຕ​ທີ່​ສຳຄັນ​ຂອງ​ສະມາ​ຄົມ​ການບິນໃນ ​ສປປ ລາວ ອົງການ​ສາກົນ PACTEC ແມ່ນອົງການ​ຊ່ວຍເຫຼືອ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະ​ບານ ເຊິ່ງ​ໄດ້​ຮັບ​ການ​ຈົດ​ທະບຽນທີ່​ປະເທດ​ສະ​ວິດ ແລະ ໄດ້ເຮັດ​ວຽກ​ຮ່ວມ​ກັບ​ກົມ​ການບິນພົນ​ລະ​ເຮືອນ​ຕັ້ງແຕ່​ປີ 2004.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...