Homeຂ່າວຕ່າງປະເທດລັດຖະບານບັງກາລາເທດ ກຽມຍ້າຍຊາວໂຣຮິງຍາ ໄປຢູ່ເກາະ

ລັດຖະບານບັງກາລາເທດ ກຽມຍ້າຍຊາວໂຣຮິງຍາ ໄປຢູ່ເກາະ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 31 ມັງກອນ 2017 ຜ່ານມາວ່າ ໃນຂະນະນີ້ ລັດຖະບານບັງກາລາເທດ ກຳລັງກຽມແຜນຍ້າຍບັນດາຜູ້ລີ້ໄພ ຊາວໂຣຮິງຍາ ທີ່ອົບພະຍົບໜີຄວາມຮຸນແຮງມາຈາກມຽນມາ ໃຫ້ໄປອາໄສຢູ່ໃນເກາະອັນຫ່າງໄກ ກ່ອນທີ່ຈະສົ່ງຕົວກັບໄປມຽນມາ

ທາງລັດຖະບານຈະແຕ່ງຕັ້ງຄະນະກຳມະການພິເສດຂຶ້ນມາ ເພື່ອຈັດການກັບເລື່ອງນີ້ໂດຍສະເພາະ ເຊິ່ງເກາະດັ່ງກ່າວນີ້ມີຊື່ວ່າ Thengar Char ຕັ້ງຢູ່ໃກ້ກັບເກາະ Hatiya ໃນເຂດ Noakhali ທາງພາກເໜືອຂອງອ່າວເບງກອລ

ການເດີນທາງຈາກຄ້າຍພັກຂອງຊາວໂຣຮິງຍາ ໄປຫາເກາະດັ່ງກ່າວ ໃຊ້ເວລາປະມານ 9 ຊົ່ວໂມງ ເກາະນີ້ຕັ້ງຢູ່ພື້ນທີ່ຕໍ່າກວ່າລະດັບນໍ້າທະເລ ແລະຢູ່ຫ່າງຈາກເກາະ Hatiya ໄປທາງພາກຕາເວັນຕົກປະມານ 30 ກິໂລແມັດ ເຊິ່ງໃນອະດີດເກາະນີ້ ເຄີຍຖືກນໍ້າຖ້ວມຕະຫຼອດ ແຕ່ທາງລັດຖະບານໄດ້ແກ້ໄຂບັນຫາດ້ວຍການປູກຕົ້ນໄມ້ອ້ອມເພື່ອກັ້ນນໍ້າ

ບັນດາຊາວໂຣຮິງຍາທີ່ມີເອກະສານ ແລະບໍ່ມີເອກະສານປະຈຳຕົວປະມານ 232.000 ຄົນ ລ້ວນອາໄສ ຢູ່ໃນບັງກາລາເທດມາຫຼາຍປີ ກ່ອນທີ່ຈະມີຄວາມຂັດແຍ່ງໃນລັດຍະໄຂ່ ຈະເກີດຂຶ້ນ ໃນເດືອນຕະລາຜ່ານມາ ແລະນໍາພາຊາວໂຣຮິງຍາຫຼາຍກວ່າ 65,000 ຄົນ ອົບພະຍົບມາບັງກາລາເທດເພີ່ມຂຶ້ນອີກ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...