spot_img
Homeຂ່າວພາຍ​ໃນປະທານປະເທດ ລົງຊຸກຍູ້ ປະຊາຊົນຢູ່ 2 ບ້ານທຸກຍາກ ໃນເມືອງຈໍາພອນ

ປະທານປະເທດ ລົງຊຸກຍູ້ ປະຊາຊົນຢູ່ 2 ບ້ານທຸກຍາກ ໃນເມືອງຈໍາພອນ

Published on

ໃນທ້າຍ​ອາທິດ​ ​ຜ່ານ​ມາ, ສະຫາຍ ບຸນຍັງ ວໍລະຈິດ ​ປະທານປະເທດແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ​ແລະ ຊຸກຍູ້​ປະຊາຊົນ ​ໃນບ້ານປ່າ​ກ້ວຍ ​ແລະ ບ້ານຄຳປ່າແໜ ​ເມືອງ​ຈຳ​ພອນ ​ແຂວງສະຫວັນ​ນະ​ເຂດ, ​ເຊິ່ງບ້ານດັ່ງກ່າວ ​ເປັນ​ບ້ານ​ທຸກ​ຍາກ ​ໂດຍ​ການ​ນຳ​ຂັ້ນ​ແຂວງ, ​ເມືອງ ​ຮ່ວມ​ກັບ​ພາກ​ທຸລະ​ກິດ ​ເອກະ​ຊົນ ພາຍ​ໃນ​ໄດ້ເຂົ້າມາຊ່ວຍເຫລືອ ແລະ ປະກອບສ່ວນຈັດ​ຕັ້ງ​ໂຄງການ ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ ຢູ່​ບ້ານ​ດັ່ງກ່າວ ​ແນ​ໃສ່​ຊຸກຍູ້​ສົ່ງ​ເສີມ ​ໃຫ້​ປະຊາຊົນ​ ໄດ້​ມີ​ຊີວິດ​ການ​ເປັນ​ຢູ່ ທີ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

BY!
​ທ່ານ ດວງ​ຈັນ ວຽງ​ວິ​ໄລ ຫົວໜ້າ​ຫ້ອງ​ວ່າການ​ ເມືອງ​ຈຳ​ພອນ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ລາຍ​ງານ  ​ໃຫ້ປະທານປະເທດ ​ຮູ້​ວ່າ: ບ້ານ​ຄຳ​ປ່າ​ແໜ ​ແລະ ບ້ານ​ປ່າ​ກ້ວຍ ຕັ້ງ​ຢູ່​ຫ່າງ​ຈາກ​ເທດສະ​ບານ​ເມືອງ ​ປະມານ 19 ກິ​ໂລ​ແມັດ ​ເຊິ່ງບ້ານປ່າ​ກ້ວຍ​ ​ມີ 97 ຫລັງຄາ​ເຮືອນ, ມີ 105 ຄອບຄົວ ​ແລະ ບ້ານ ຄຳ​ປ່າ​ແໜ ​ມີ 119 ຫລັງຄາ​ເຮືອນ ມີ 129 ຄອບຄົວ, ພົນລະ​ເມືອງທັງ​ສອງບ້ານ​ມີ 1.483 ຄົນ, ຍິງ 712 ຄົນ, ອາ​ຊີບຕົ້ນຕໍ ​ແມ່ນ​ເຮັດ​ນາ​ປູກ​ເຂົ້າ ​ແລະ ປູ​ກຝັງ​ລ້ຽງສັດ​ ເປັນ​ສຳຮອງ, ເຊິ່ງ​ໄລຍະ​ຜ່ານ​ມາ ​ໄດ້​ມີ​ຄອບຄົວ​ຈຳນວນ​ໜຶ່ງ ມີ​ແນວ​ຄິດ​ເອື້ອຍ​ອີງ​ສັງຄົມ (ຂໍທານ​ເປັນ​ອາຊີບ)
ແລະ ອື່ນໆ​. ປັດຈຸບັນ​ນີ້ ທາງ​ອໍານາດ​ການ​ປົກຄອງ​ເມືອງ ​ໄດ້​ມີ​ການ​ຮ່ວມ​ມືກັບ​ກອງ​ທຶນ ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ນັກທຸລະກິດ​ຈໍານວນ​ໜຶ່ງ ​ໂດ​ຍສ້າງ​​ໄດ້​ມີ​ການ​ ສອນ​ວິທີ​ການ​ຜະລິດ​ກະສິກໍາ ​ໄລຍະ​ສັ້ນ​-ຍາວ, ​​ເຕັກນິກ, ສະໜອງ​ທຶນຮອນ, ​ໄຟຟ້າ​, ນໍ້າ​ສະອາດ, ​ໂຮງຮຽນ ແລະ ອື່ນໆ ​ເຂົ້າ​ເຖິງ​ບ້ານ​ດັ່ງກ່າວ​ແລ້ວ​ເພື່ອ​ສຸມ​​ໃສ່​​ ໃຫ້​ເຂົາ​ເຈົ້າ​ມີ​ທັດສະນະ ​ອອກ​ແຮງ​ງານ, ມີ​ວິຊາ​ຊີບ​ແນ່ນອນ, ມີ​ຄວາມ​ຮູ້​ຄວາມ​ສາມາດ ​ເອົາ​ໂຕ​ລອດ.

​ໃນ​ໂອກາດດັ່ງກ່າວ​ນີ້, ສະຫາຍ ບຸນຍັງ ວໍລະຈິດ ​ໄດ້​ມີ​ຄຳ​​ເຫັນ​ໂອ​ລົມ ​ໂດຍເນັ້ນ​ໃຫ້​ການ​ນຳ​ຂັ້ນ​ແຂວງ ​ແລະ ​ເມືອງ ຕະຫລອດ​ຮອດ ພະນັກງານ​ແຕ່ລະ​ຂັ້ນ ​ໃຫ້​​​ເອົາ​ໃຈ​ໃສ່​​ແກ້​ໄຂ​ບາງ​ຂໍ້ຄົງຄ້າງ​, ​ເພີ່ມ​ທະວີ​ພັດ​ທະ​ນາ​ ​ແລະ ຍົກ​ລະດັບ​ຊີວິດການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ ຄວາມທຸກ​ຍາກ​ ໃນ​ຕໍ່ໜ້າ​ໂດຍ​ໄວ;   ​ເລັ່ງ​ແກ້​ໄຂ ບາງ​ປະກົດ​ການ​ຫຍໍ້​ທໍ້​ ໂດຍ​ສະ​ເພາະ​ ແນວ​ຄິດການ​ຂີ້ຄ້ານ​ມັກງ່າ​ຍ, ມີ​ແນວ​ເອື່ອຍ​ອີງ​ສັງຄົມ (ຂໍທານ), ຍົກລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ, ສ້າງ​ໃຫ້​ມີ​ສຸກສາລາ ​ແລະ ​ໂຮງຮຽນ​ເພື່ອ​ໃຫ້​ລູກ​ຫລານ​ ໄດ້​ຮຽນ​ໜັງສື ​ແລະ ສ້າງຄວາມຢູ່​ດີ​ກິນ​ດີ ​ໃຫ້ປະຊາຊົນ​ມີ​ຄວາມຜາ​ສຸກ ​ແລະ ອື່ນໆ, ພ້ອມ​ດຽວ​ກັນ​ນັ້ນ, ທ່ານ ຍັງ​ໄດ້​​ສະ​ແດງ ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ຜົນ​ສໍາ​ເລັດ​ ທີ່​ປະຊາຊົນ​ສອງ​ບ້ານຍາດ​ມາ​ໄດ້, ​ເຮັດ​ໃຫ້​ມີ​ໃບ​ໜ້າ​​ໃໝ່ ຫລາຍ​ດ້ານ, ຢ່າງ​ໃດ​ກໍ່ຕາມ ​ຍັງ​ມີ​ສິ່ງ​ທ້າ​ທາຍຫລາຍບັນຫາ​ ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ຮີບ​ດ່ວນ​​ ​ເປັນ​ຕົ້ນ ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ທາງ​ແຂວງ, ​ເມືອງ ​ເອົາ​​ໃຈໃສ່​ລົງ​ໃກ້​ຊິດ ​ຕິດ​ແທດ​ກັບ​ປະຊາຊົນ​ ກ່ຽວກັບ​ບັນຫາ​ຊົນລະປະທານ​, ຊອກ​ຫາ​ແຫ​ລ່ງທຶນ ​ແລ​ະ ຕະຫລາດ​ຮອງ​ຮັບ​ຜົນ​ຜະລິດ. ​

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...